spot_img
Homeຂ່າວຕ່າງປະເທດຈີນ ເລັ່ງອອກກົດໝາຍໃໝ່ ກັບນັກລົງທຶນຕ່າງປະເທດ

ຈີນ ເລັ່ງອອກກົດໝາຍໃໝ່ ກັບນັກລົງທຶນຕ່າງປະເທດ

Published on

ສະຖາບັນ ນິຕິບັນຍັດ ສປ ຈີນ ກໍາລັງພິຈາລະນາອອກກົດໝາຍໃໝ່ ເພື່ອວາງກົດລະບຽບການລົງທຶນຂອງປະເທດໃນ ສປ ຈີນ ເຊິ່ງຈະເປັນການປັບປຸງກົດໝາຍທີ່ມີແລ້ວໃຫ້ມີປະສິດທິພາບສູງສຸດ ແລະ ປ້ອງກັນການບັງຄັບຕ່າງປະເທດທີ່ຖ່າຍທອດເຕັກໂນໂລຊີ.

ສໍານັກຂ່າວ AFP  ລາຍງານຈາກນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 23 ທັນວ່າ 2018 ວ່າ ກົດໝາຍລວມ ຈະໃຊ້ແທນກົດໝາຍ 3 ສະບັບທີ່ມີຢູ່ໃນປັດຈຸບັນຄື: ການລົງທຶນຮ່ວມຫຸ້ນຈີນ-ຕ່າງປະເທດ, ການຮ່ວມລົງທຶນໂດຍບໍ່ໃຊ້ຫຸ້ນ ແລະ ການລົງທຶນໂດຍທຸລະກິດທີ່ຕ່າງປະເທດເປັນເຈົ້າຂອງທັງໝົດ.

ຮ່າງກົດໝາຍດັ່ງກ່າວ, ຖືກສະເໜີຕໍ່ກອງປະຊຸມຄະນະກໍາມະການປະຈໍາຂອງສະພາປະຊາຊົນ ແຫ່ງຊາດຈີນ (MPC)  ເຊິ່ງໄດ້ເລີ່ມປະຊຸມໃນອາທິດທີ່ແລ້ວ. ເມື່ອກົດໝາຍສະບັບໃໝ່ມີຜົນບັງຄັບໃຊ້ ຈະມີກໍານົດຫ້າມລັດຖະບານທ້ອງຖິ່ນຈໍາກັດການເຂົ້າເຖິງຕະຫຼາດສໍາລັບບໍລິສັດຕ່າງປະເທດ ແລະ ຫ້າມບັງຄັບບໍລິສັດຕ່າງຊາດໃຫ້ຖ່າຍທອດເທັກໂນໂລຊີ ເຊິ່ງຈະເປັນການຮັບປະກັນວ່ານັກລົງທຶນຕ່າງປະເທດ ຈະມີສິດທິທຽບເທົ່າກັບນັກລົງທຶນຈີນເກືອບທຸກພາກ ຍົກເວັ້ນບາງພາກທີ່ຖືກແຍກໃຫ້ຢູ່ໃນບັນຊີລົບ.

ຖະແຫຼ່ງການກ່ຽວກັບການປະຊຸມຂອງຄະນະກໍາມະການປະຈໍາ ໄດ້ເຜີຍແຜ່ເວັບໄຊສ໌ AAPC ວ່າ: ເພື່ອຂະຫຍາຍການເປີດກວ້າງອອກໄປ ລວມທັງສົ່ງເສີມການລົງທຶນຂອງຕ່າງປະເທດ, ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທໍາໃນການລົງທຶນຂອງຕ່າງປະເທດ ແລະ ສົ່ງເສີມການເປີດກວ້າງຢ່າງຮອບດ້ານໃນຮູບແບບໃໝ່ ຕາມທີ່ຄະນະລັດຖະມົນຕີ ໄດ້ສະເໜີຮ່າງກົດໝາຍ ເຊິ່ງເປັນການສົ່ງສັນຍານວ່າ ຈີນໃຫ້ການສະໜັບສະໜູນຕໍ່ເສດຖະກິດຫຼາຍຂຶ້ນ.

ຈາກຂໍ້ມູນທາງເສດຖະກິດສະແດງໃຫ້ເຫັນວ່າ ເສດຖະກິດຈີນເຊື່ອມລົງໃນຊ່ວງລະດູການໃບໄມ້ຫຼົ່ນປີນີ້, ການໃຊ້ຈ່າຍຂອງຜູ້ບໍລິໂພກເຕີບໂຕຊ້າສຸດໃນຮອບ 15 ປີ ໃນຊ່ວງເດືອນ ພະຈິກ ແລະ ບັນດາໂຮງງານຕ່າງກໍລໍຖ້າການຜະລິດ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: coindesk.com

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...