spot_img
Homeຂ່າວຕ່າງປະເທດກອງທັບມຽນມາ ກວດລ້າງໂຣຮິນຈາຮອບໃໝ່ ຫຼັງຈາກຊາວພຸດ 2 ຄົນຖືກຂ້າ

ກອງທັບມຽນມາ ກວດລ້າງໂຣຮິນຈາຮອບໃໝ່ ຫຼັງຈາກຊາວພຸດ 2 ຄົນຖືກຂ້າ

Published on

ສໍານັກຂ່າວ AFP ລາຍງານໃນວັນທີ 20 ທັນວາ 2018 ວ່າ ກອງທັບມຽນມາປະກາດປະຕິບັດການກວດລ້າງຮອບໃໝ່ ໃນພື້ນທີ່ ລັດຍະໄຂ່ ເນື່ອງຈາກຊາວພຸດ 4 ຄົນຖືກທໍາຮ້າຍ ເຊິ່ງໃນນັ້ນ ມີຜູ້ເສຍຊີວິດ 2 ຄົນ. ເຫດເກີດມາຈາກການໂຈມຕີທີ່ເກີດຂຶ້ນບໍລິເວນຫ້ວຍປິວມາ ລັດຍະໄຂ່ ໂດຍເຊື່ອວ່າເປັນສີມີຂອງໂຣຮິນຈາ ຊົນເຜົ່າກຸ່ມນ້ອຍຊາວມຸດສະລິມໃນມຽນມາ. ການກວດລ້າງຄັ້ງນີ້, ກອງທັບມຽນມາ ຊີ້ວ່າ: “ຊາວໂຣຮີນຈາ ປະມານ 700,000 ຄົນຕ້ອງໜີໄພຄວາມຮຸນແຮງໄປປະເທດເພື່ອນບ້ານ”.

ຄໍາຖະແຫຼງການຂອງ ພົນເອກອາວຸໂສ ມິນ ອ່ອງ ລາຍ ຜູ້ບັນຊາການກອງທັບມຽນມາ ເຊິ່ງໂພສຜ່ານເວັບໄຊ້ທາງການຂອງມື້ດຽວກັນ ລະບຸວ່າ: “ກອງກໍາລັງຝ່າຍຄວາມໝັ້ນຄົງອອກເຄື່ອນໄຫວອີກຄັ້ງ ແລະ ຈະດໍາເນີນການກວດລ້າງໃນບໍລິເວນຫ້ວຍປິວມາ ເນື່ອງຈາກເກີດເຫດການຊາຍຊາວພຸດໃນລັດຍະໄຂ່ 2 ຄົນໄປຊອກປາໃນຫ້ວຍປິວມາ ແລະ ບໍ່ໄດ້ກັບມາ ເຊິ່ງຫຼັງຈາກນັ້ນ ກໍພົບເຫັນສົບຂອງທັງສອງຖືກປາດຄໍຢູ່ບໍລິເວນຫ້ວຍ, ແລະ ໃນມື້ດຽວກັບ ຊາຍອີກ 2 ຄົນກໍໄປຫາປາທີ່ຫ້ວຍດັ່ງກ່າວເຊັ່ນກັນ ແລະ ຖືກກຸ່ມຜູ້ຊາຍ 6 ຄົນເຊິ່ງເວົ້າພາສາເບງກາລີທຳຮ້າຍ ແຕ່ທັງສອງສາມາດຫຼົບໜີມາໄດ້ ແລະ ເຂົ້າຮັກສາຕົວທີ່ໂຮງໝໍ”.

ຫຼ້າສຸດ ລັດຍະໄຂ່ ກັບມາມີບັນຍາກາດຕຶງຄຽດອີກຄັ້ງ, ຫຼັງຈາກກອງທັບມຽນມາ ໄດ້ເລີ່ມປະຕິບັດການກວດລ້າງຊາວໂຣຮີນຈາ. ກອງທັບມຽນມາຊີ້ວ່າ: “ເປັນສີມືຂອງກຸ່ມ ໂຣຮີນຈາຜູ້ມີອາວຸດປະຕິບັດການດັ່ງກ່າວ ສົ່ງຜົນໃຫ້ມີຊາວໂຣຮີນຈາ ຖືກທໍາຮ້າຍ, ຖືກຂ້າຈໍານວນຫຼາຍ ແລະ ມີປະມານ 700,000 ຄົນ ຕ້ອງໜີໄພຄວາມຮຸນແຮງໄປປະເທດເພື່ອນບ້ານ”.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th

ຮູບພາບຈາກ: transbordernews.in.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...