Homeຂ່າວທ້ອງຖິ່ນຄົບທຸກແຂວງ! ເບີໂທຫ້ອງການອາຫານ ແລະ ຢາ

ຄົບທຸກແຂວງ! ເບີໂທຫ້ອງການອາຫານ ແລະ ຢາ

Published on

ຢູ່ໃນອາຫານປະເພດ ພືດຜັກ-ໝາກໄມ້, ຊີ້ນສັດ, ອາຫານທະເລ ແລະ ອາຫານປະເພດອື່ນໆ ຍັງປະກົດໃຫ້ເຫັນຢູ່ໃນສັງຄົມເລື້ອຍໆ ໂດຍສະເພາະເຂດຕົວເມືອງໃຫຍ່, ເຂດໃກ້ຊາຍແດນ ຫຼື ເຂດທີ່ຍັງມີບໍ່ມີການເຂົ້າເຖິງການກວດກາຄຸນນະພາບ ຍັງມີຄວາມສ່ຽງສູງທີ່ຈະບໍລິໂພກອາຫານທີ່ມີສານປົນເປື້ອນ ຫຼື ສານຟໍມາລີນ ແລະ ສານອື່ນໆ.

ຖ້າຫາກທ່ານພົບເຫັນສິນຄ້າອຸປະໂພກ-ບໍລິໂພກທີ່ວາງຂາຍ ຫຼື ນໍາເຂົ້າ-ສົ່ງອອກພາຍໃນ ແລະ ຕ່າງປະເທດທີ່ເຊື່ອມຄຸນນະພາບ, ບໍ່ໄດ້ມາດຕະຖານ ຫຼື ມີສານພິດປົນເປື້ອນ ແລະ ສານຟໍມາລີນ ລວມເຖິງບຸກຄົນທີ່ບໍລິໂພກອາຫານເຂົ້າໄປແລ້ວມີອາການຜິດປົກກະຕິ ເຊັ່ນ: ເຈັບຄໍ, ໄອ, ຫາຍໃຈບໍ່ອອກ, ປອດອັບເສບ, ປວດຫົວຢ່າງຮຸນແຮງ, ເຈັບທ້ອງ, ປາກ ແລະ ຄໍຈະແຫ້ງ, ຫົວໃຈເຕັ້ນແຮງ, ໜ້າເອິກແໜ້ນ, ຖອກທ້ອງ, ຖ່າຍອອກເລືອດ ແລະ ອື່ນໆ; ທ່ານສາມາດໂທສາຍດ່ວນ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ທີ່ເບີ 1510 ທົ່ວປະເທດ ຫຼື ໂທຫາຫ້ອງການອາຫານ ແລະ ຢາແຂວງ ຕາມເບີດ້ານລຸ່ມນີ້:

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...