spot_img
Homeນານາສາລະ4 ອາຫານທີ່ຄວນຫຼີກລ້ຽງຍາມໄປຊື້ເຄື່ອງໃນຊູເປີມາລ໌ເກັດ

4 ອາຫານທີ່ຄວນຫຼີກລ້ຽງຍາມໄປຊື້ເຄື່ອງໃນຊູເປີມາລ໌ເກັດ

Published on

4

1. ອາຫານ​ກະ​ປ໋ອງ​ລົດ​ຊາດ​ເຂັ້ມ​ຂຸ້ນ

ອາຫານ​ກະ​ປ໋ອງ​ມັກ​ອຸດົມ​ໄປ​ດ້ວຍ​ເກືອ ຊຶ່ງ​ມີ​ໃນ​ສານ​ກັນ​ບູດ, ເກືອ​ແກງ​ເຄັມໆ ແລະ ​ແປ້ວນົວ

2. ອາຫານ​ເພື່ອ​ສຸກຂະພາບ​ຈອມ​ປອມ

ອາຫານ ຫລາຍ​ຢ່າງ​ມັກ​ໂຄສະນາ​ໄວ້​ວ່າ ‘ໄຂ​ມັນ​ຕ່ຳ’ ປາດສະຈາກ ​ຄໍ​ເລດ​ເຕີ​ລອນ’ ‘ປາສະຈາກ​ແປ້ງນົວແຕ່​ຖ້າ​ຫາກລອງ​ສັງເກດ​ ຈະ​ເຫັນ​ວ່າ​ຫລາຍ​ຊະນິດ​ທີ່​ບອກວ່າ​ໄຂ​ມັນ​ຕ່ຳ ອາດຈະ​ມີ​ນ້ຳ​ຕານ​ຫລາຍ​ເປັນ​ພິເສດ ອາຫານ​ທີ່​ປາສະຈາກ​ ຄໍ​ເລດ​ເຕີ​ລອນ​ ກໍ​ອາດຈະ​ມີ​ໄຂ​ມັນ​ອິ່ມ​ຕົວ​ສູງ

3. ອາຫານ​ທີ່​ເປັນ​ແປ້ງ​ ຫລື​ ນ້ຳ​ຕານ​ລ້ວນໆ

ອາຫານ ທີ່​ເຮັດ​ຈາກ​ແປ້ງ ​ແລະ ​ນ້ຳ​ຕານ​ທີ່​ຜ່ານ​ຂັ້ນຕອນການເຮັດ ຈົນ​ບໍ່​ເຫລືອ​ເສັ້ນ​ໃຍ​ອາຫານ ເມື່ອຮັບປະທານເຂົ້າໄປໃນຮ່າງກາຍແລ້ວ ຮ່າງກາຍກໍ່ຈະ​ດູດ​ຊຶມ​ເກີດ​ການ​ເພີ່ມ​ຂຶ້ນ​ຂອງ​ນ້ຳ​ຕານ​ໃນ​ກະ​ແສ​ເລືອດ​ໄດ້​ ໄວ ຮ່າງກາຍ​ກໍ​ຈະ​ນຳ​ໄປ​ສະ​ສົມ​ເປັນ​ໄຂ​ມັນ​ສ່ວນ​ເກີນ​ໄດ້​ໄວ ຈາກ​ນັ້ນ​ກໍ​ຫິວ​ໄດ້​ໄວ ສ່ຽງ​ຕໍ່​ເບົາ​ຫວານ​

4. ເນື້ອ​ສັດ​ຕິດ​ມັນ​ສີ​ແດງ​ແດງ

ອາຫານ ພວກ​ຊີ້ນ​ສັດ​ທີ່​ເກັບ​ໄວ້​ໄດ້​ດົນ​ ເຊັ່ນ ໄສ້​ກອກ ມັກ​ຈະ​ມີ​ປະລິມານ​ເກືອ​ໂຊ​ດຽມ ​ແລະ​ ໄນ​ເຕດ​ສູງ​ກວ່າ​ອາຫານ​ທົ່ວ​ໆໄປ ບໍ່​ດີ​ຕໍ່​ສຸກຂະພາບ ນອກ​ຈາກ​ນີ້​ອາຫານ​ກຸ່ມ​ນີ້​ມັກ​ຈະ​ມີ​ສັດ​ສ່ວນ​ຂອງ​ໄຂ​ມັນ​ບໍ່​ອິ່ມ​ຕົວ​ ຫລາຍກວ່າ​ປົກກະຕິ ເປັນ​ໂທດ​ຕໍ່​ສຸກຂະພາບ​ຫລອດ​ເລືອດ​ ແລະ​ ຫົວ​ໃຈ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...