spot_img
Homeຂ່າວຕ່າງປະເທດເກົາຫຼີຢືນຢັນບໍ່ຍອມປົດນິວເຄຣຍຝ່າຍດຽວ ແລະ ຈະດຳເນີນການພັດທະນາອາວຸດນິວເຄຣຍຕໍ່ໄປ

ເກົາຫຼີຢືນຢັນບໍ່ຍອມປົດນິວເຄຣຍຝ່າຍດຽວ ແລະ ຈະດຳເນີນການພັດທະນາອາວຸດນິວເຄຣຍຕໍ່ໄປ

Published on

ສຳນັກຂ່າວ KCNA ຂອງເກົາຫຼີເໜືອເຜີຍແຜ່ຖະແຫຼງການຂອງລັດຖະບານເກົາຫຼີເໜືອວ່າ ຈະບໍ່ຍອມປົດອາວຸດນິວເຄຣຍພຽງຝ່າຍດຽວ ແລະ ຈະດຳເນີນການພັດທະນາອາວຸດນິວເຄຣຍຕໍ່ໄປ ຈົນກວ່າສະຫະລັດຈະຢຸດຄຸກຄາມດ້ານນິວເຄຣຍ ເຊິ່ງໝາຍເຖິງການຖອນກຳລັງທະຫານ ແລະ ລະບົບປ້ອງກັນນິວເຄຣຍອອກຈາກເກົາຫຼີໃຕ້ ແລະ ຍີ່ປຸ່ນກ່ອນ.

ຖະແຫຼງການຂອງເກົາຫຼີເໜືອນີ້ ຂັດແຍ້ງກັບທ່າທີຂອງເກົາຫຼີໃຕ້ທີ່ມັກສະແດງຈຸດຢືນຂອງເກົາຫຼີເໜືອກ່ອນໜ້ານີ້ ແລະ ອາດສົ່ງຜົນກະທົບຕໍ່ຄວາມສຳພັນສາມຝ່າຍ ໃນການຫຼຸດຄວາມເຄັ່ງຮ້ອນດ້ານວິກິດນິວເຄຣຍລົງ.

ນອກຈາກນີ້ ຖະແຫຼງການດັ່ງກ່າວ ອາດກໍ່ໃຫ້ເກີດບັນຫາດ້ານຄວາມໜ້າເຊື່ອຖືຂອງເກົາຫຼີໃຕ້ທີ່ອ້າງມາຕະຫຼອດວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ສົນໃຈເຈລະຈາປົດອາວຸດນິວເຄຣຍ ເພາະເກົາຫຼີໃຕ້ພະຍາຍາມຮັກສາບັນຍາກາດທີ່ເອື້ອອຳນວຍຕໍ່ການເຈລະຈາເອົາໄວ້.

ສ່ວນໜຶ່ງໃນຖະແຫຼງການລະບຸວ່າ ເມື່ອກ່າວເຖິງແຫຼມເກົາຫຼີ ມັນຄວບຄຸມເຂດແດນທັງໝົດຂອງເກົາຫຼີເໜືອ ລວມທັງເກົາຫຼີໃຕ້ ນັ້ນຈິ່ງໝາຍເຖິງການກຳຈັດໄພຄຸກຄາມທາງນິວເຄຣຍທັງໝົດທີ່ມີຢູ່ໃນພູມິພາກນີ້ ເຊິ່ງບໍ່ແມ່ນພຽງໃນເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແຕ່ຍັງລວມເຖິງບໍລິເວນໂດຍຮອບແຫຼມເກົາຫຼີອີກດ້ວຍ.

ຖະແຫຼງການດັ່ງກ່າວມີຂຶ້ນພຽງ 1 ມື້ ຫຼັງຈາກທ່ານ ສະຕີເຟ່ນ ບີກັນ ຜູ້ແທນພິເສດສະຫະລັດດ້ານເກົາຫຼີເໜືອ ກ່າວກັບຜູ້ສື່ຂ່າວເກົາຫຼີໃຕ້ວ່າ ສະຫະລັດກຳລັງທົບທວນຂໍ້ຈຳກັດດ້ານການເດີນທາງເພື່ອໃຫ້ຄວາມຊ່ວຍເຫຼືອດ້ານສິດທິມະນຸດແກ່ເກົາຫຼີເໜືອ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: news.mthai.com

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...