spot_img
Homeຂ່າວທ້ອງຖິ່ນລາວ ມີຜູ້ຕິດເຊື້ອເອດເຖິງ 12.000 ຄົນ

ລາວ ມີຜູ້ຕິດເຊື້ອເອດເຖິງ 12.000 ຄົນ

Published on

ປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອພະຍາດເອດທີ່ຍັງມີຊີວິດຢູ່ ປະມານ 12.000 ຄົນ ເຊິ່ງຈໍານວນຜູ້ຕິດເຊື້ອຫຼາຍກວ່າໝູ່ເປັນກຸ່ມຜູ້ຊາຍທີ່ມີເພດສໍາພັນກັບເພດດຽວກັນ, ສາວຂາຍບໍລິການ, ຜູ້ທີ່ໃຊ້ເຂັມສັກຢາເສບຕິດ ແລະ ຜູ້ບໍລິການທາງເພດ ໂດຍແຂວງທີ່ມີຜູ້ຕິດເຊື້ອຫຼາຍກ່ວາໝູ່ຄືນະຄອນຫຼວງວຽງຈັນ ຖັດມາແມ່ນແຂວງ ສະຫວັນນະເຂດ, ຈໍາປາສັກ, ວຽງຈັນ, ຄຳມ່ວນ ແລະ ແຂວງອື່ນໆ ເນື່ອງຈາກຄວາມບໍ່ຍອມຮັບຕົນເອງ ແລະ ການປິ່ນປົວບໍ່ສາມາດເຂົ້າເຖິງໄດ້ໝົດ.

ທ່ານ ທອງແດງ ສີລາກຸນ ຜູ້ຈັດການຫ້ອງການສະຫະປະຊາຊາດຕ້ານເອດປະຈຳ ສປປ ລາວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍທີ່ຕິດເຊື້ອພະຍາດເອດ ຫຼາຍກ່ວາໝູ່ເປັນຜູ້ຊາຍທີ່ມີເພດສໍາພັນກັບເພດດຽວກັນ ຖືວ່າໜ້າເປັນຫ່ວງຫຼາຍ ເພາະທ່າອ່ຽງຂອງຜູ້ຕິດເຊື້ອຄົນກຸ່ມນີ້ນັບມື້ເພີ່ມຂຶ້ນຫຼາຍໃນປະຈຸບັນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ; ຮອງລົງມາເປັນກຸ່ມສາວຂາຍບໍລິການທາງເພດ; ກຸ່ມຜູ້ໃຊ້ເຂັມສັກຢາເສບຕິດ ແລະ ກຸ່ມຜູ້ໃຊ້-ໃຫ້ບໍລິການທາງເພດ. ໃນຈຳນວນຜູ້ຕິດເຊື້ອທັງໝົດມີປະມານ 75-77% ທີ່ສາມາດເຂົ້າເຖິງການກວດເລືອດ ແລະ ຮູ້ຕົວວ່າຕິດພະຍາດເອດ, ອີກ 47-48% ຂອງຜູ້ຕິດເຊື້ອໃນທົ່ວປະເທດ ທີ່ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານ (ARV) ຍັງເປັນຕົວເລກທີ່ຕໍ່າຫຼາຍ ຖ້າທຽບໃສ່ປະເທດໃກ້ຄຽງ.

ສໍາລັບສາເຫດທີ່ເຮັດໃຫ້ຜູ້ຕິດເຊື້ອພະຍາດເອດ ເຂົ້າເຖິງການບໍລິການປິ່ນປົວໄດ້ໜ້ອຍມີ 3 ສາເຫດສໍາຄັນຄື: ຜູ້ຕິດເຊື້ອສ່ວນຫຼາຍບໍ່ຮູ້ວ່າຕົນເອງຕິດເຊື້ອ; ເມື່ອເຈັບປ່ວຍດົນແລ້ວ ຈິ່ງເຂົ້າມາຮັບການປິ່ນປົວຢູ່ໂຮງໝໍ ເຮັດໃຫ້ອັດຕາເສຍຊີວິດມີສູງ; ການເຂົ້າເຖິງການບໍລິການປິ່ນປົວຫຍຸ້ງຍາກ ຍ້ອນອາໄສຢູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ຂາດງົບປະມານໃຊ້ຈ່າຍໃນການເດີນທາງມາຮັບເອົາຢາປິ່ນປົວຢູ່ຕາມສູນບໍລິການປິ່ນປົວຕ່າງໆ  ພ້ອມທັງຖືກຈຳແນກລັງກຽດຈາກຄົນໃນສັງຄົມ.

ປັດຈຸບັນ, ຈໍານວນສູນບໍລິການປິ່ນປົວຍັງມີໜ້ອຍ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ຕາມແຜນຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດເອດທີ່ກະຊວງສາທາລະນະສຸກ ໄດ້ກຳນົດໄວ້ແຕ່ປີ 2016-2020. ສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດໃນລາວມີທັງໝົດ 11 ແຫ່ງຄື: ແຂວງບໍ່ແກ້ວ 2 ແຫ່ງ; ຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ, ຈໍາປາສັກ ແຂວງລະ 1 ແຫ່ງ; ນະຄອນຫຼວງວຽງຈັນ 3 ແຫ່ງ. ສ່ວນການປິ່ນປົວດ້ວຍຢາຕ້ານ (ARV) ແລະ ຄ່າກວດບາງຢ່າງຕາມສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດ 11 ແຫ່ງ ຈະບໍ່ໄດ້ເສຍຄ່າ ເພາະໄດ້ຮັບການຊ່ວຍເຫຼືອຈາກກອງທຶນໂລກ ( Global Fund ).

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...