spot_img
Homeຂ່າວຕ່າງປະເທດຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ "ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ"

ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ເຊິນເຈິ້ນ ປະເທດຈີນ ເມື່ອວັນທີ 19 ທັນວາ 2018 ວ່າ ທ່ານ ເຄນຫູ ປະທານໝູນວຽນຂອງຫົວເວີ່ຍ (Huawei Rotating CEO Ken Hu) ຖະແຫຼງເມື່ອວັນອັງຄານ ທີ່ສຳນັກງານໃຫຍ່ຂອງຫົວເວີ່ຍວ່າ ບໍລິສັດກຳລັງປະເຊີນກັບ “ຄວາມທ້າທາຍ” ຄັ້ງໃຫຍ່ໃນໂຄງການພັດທະນາເຄືອຂ່າຍລະບົບໂທລະຄົມມະນາຄົມ ຈາກການທີ່ບາງຝ່າຍພະຍາຍາມເຊື່ອມໂຍງອຸດົມການກັບການເມືອງໃຫ້ເປັນ “ເລື່ອງດຽວກັນ” ໂດຍເຕືອນວ່າການກີດກັ້ນຫົວເວີ່ຍອອກຈາກການມີສ່ວນຮ່ວມໃນການພັດທະນາເຄືອຂ່າຍ 5 ຈີ ບໍ່ວ່າຈະເປັນຕະຫຼາດໃນອົດສະຕາລີ ແລະ ອີກຫຼາຍປະເທດໃນໂລກຈະສົ່ງຜົນກະທົບຕໍ່ຜູ້ບໍລິໂພກເຊິ່ງຕ້ອງຈ່າຍແພງຂຶ້ນ ແລະ ຈະກາຍເປັນການຖ່ວງດຶງຄວາມກ້າວໜ້າຂອງນະວັດຕະກຳນີ້ໄປໂດຍປະລິຍາຍ.

ທັງນີ້, ນອກຈາກອົດສະຕາລີ, ນູແວນເຊລັງ (ນິວຊີແລນ), ຍີ່ປຸ່ນ, ໄຕ້ຫວັນ ເຊິ່ງລ້ວນເປັນພັນທະມິດຂອງສະຫະລັດໄດ້ລະງັບການໃຊ້ຜະລິດຕະພັນຂອງຫົວເວີ່ຍທີ່ຮອງຮັບລະບົບ 5 ຈີ ພາຍໃນໜ່ວຍງານຂອງລັດ ແລະ ບໍ່ອະນຸຍາດໃຫ້ບໍລິສັດມີສ່ວນຮ່ວມໃນໂຄງການປະມູນຂອງລັດທີ່ກ່ຽວຂ້ອງກັບລະບົບດັ່ງກ່າວ “ດ້ວຍເຫດຜົນດ້ານຄວາມໝັ້ນຄົງ” ເຊິ່ງທ່ານ ຫູ ກ່າວວ່ານະໂຍບາຍດັ່ງກ່າວຂອງກຸ່ມພັນທະມິດສະຫະລັດລ້ວນເປັນການດຳເນີນການໂດຍບໍ່ມີ “ຫຼັກຖານທີ່ຊັດເຈນ” ແລະ ນັບຕັ້ງແຕ່ການກໍ່ຕັ້ງບໍລິສັດຫົວເວີ່ຍ ໃນປີ 1987 ລັດຖະບານຈີນບໍ່ເຄີຍຕິດຕໍ່ມາທີ່ຫົວເວີ່ຍເພື່ອຂໍເຂົ້າເຖິງຂໍ້ມູນໃດໆ ຫາກລັດຖະບານສະຫະລັດ ຫຼື ປະເທດໃດມີຄວາມວິຕົກກັງວົນໃນເລື່ອງນີ້ “ແລ້ວມີຫຼັກຖານ” ຂໍໃຫ້ນຳອອກມາສະແດງໃຫ້ເຫັນ.

ທ່ານ ຫູ ກ່າວຕໍ່ໄປອີກວ່າ ຫົວເວີ່ຍເປັນບໍລິສັດ “ປະຫວັດສະອາດ” ມາຕະຫຼອດ ປັດຈຸບັນຫົວເວີ່ຍຍັງມີສຳນັກງານ ແລະ ສູນວິເຄາະຂໍ້ມູນຢູ່ຫຼາຍປະເທດໃນເຂດເອີຣົບ ແລະ ອາເມລິກາເໜືອ ອີກຍັງມີແຜນລົງທຶນໃນສ່ວນນີ້ເພີ່ມອີກ 2.000 ລ້ານໂດລາ ພາຍໃນໄລຍະ 5 ປີນັບຈາກນີ້ອີກດ້ວຍ ແລະ ຢືນຢັນວ່າມາດຕະການກົດດັນຂອງຕະເວັນຕົກບໍ່ສາມາດສົ່ງຜົນກະທົບຕໍ່ຍອດຂາຍຂອງຫົວເວີ່ຍທີ່ປັດຈຸບັນຢູ່ທີ່ 100.000 ລ້ານໂດລາແລ້ວໃນປີນີ້.

ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ:

ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ
ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ
ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th
ຮູບປະກອບ: www.huawei.com

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...