spot_img
Homeຂ່າວຕ່າງປະເທດຮົງກາລີ ປະທ້ວງລັດຖະບານ ເພີ່ມໂອທີ 400 ຊົ່ວໂມງຕໍ່ປີ

ຮົງກາລີ ປະທ້ວງລັດຖະບານ ເພີ່ມໂອທີ 400 ຊົ່ວໂມງຕໍ່ປີ

Published on

ລັດຖະບານ ຮົງກາລີ ກໍາລັງປະເຊີນໜ້າກັບການປະທ້ວງການຕໍ່ຕ້ານຢ່າງໜັກຈາກປະຊາຊົນ ໃນກໍລະນີອອກກົດໝາຍໃຫ້ນາຍຈ້າງສາມາດເພີ່ມຊົ່ວໂມງເຮັດວຽກລ່ວງເວລາໃຫ້ລູກຈ້າງຈາກ 250 ຊົ່ວໂມງ ຂຶ້ນເປັນ 400 ຊົ່ວໂມງ/ປີ ແລະ ເລື່ອນຈ່າຍຄ່າຕອບແທນໄດ້. ການປະທ້ວງຄັ້ງນີ້, ເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 24 ຄົນ ເຊິ່ງກຸ່ມປະທ້ວງໄດ້ເອີ້ນກົດໝາຍນີ້ວ່າ:  “ກົດໝາຍທາດ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ບູດາເປສ ປະເທດຮົງກາລີ ໃນວັນທີ 18 ທັນວາ 2018 ວ່າ ເກີດເຫດການການຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຝ່າຍຂວາ ໂດຍໃຊ້ລະເບີດເປັນອາວຸດ ປະທະກັບເຈົ້າໜ້າທີ່ຕໍາຫຼວດທີ່ຄວບຄຸມກຸ່ມປະທ້ວງດ້ວຍແກສນໍ້າຕາ ໃນນະຄອນຫຼວງບູດາເປສ ປະເທດຮົງກາລີ ໃນວັນທີ 16 ທັນວາ ຜ່ານມາ ເນື່ອງຈາກ ວິດເຕີຣ ອອນບັນ ນາຍົກລັດຖະມົນຕີຮົງກາລີ ໄດ້ເພີ່ມຊົ່ວໂມງການເຮັດວຽກລ່ວງເວລາໃຫ້ນາຍຈ້າງສາມາດເພີ່ມຊົ່ວໂມງການເຮັດວຽກລູກຈ້າງຈາກ 250 ຊົ່ວໂມງ ຂຶ້ນເປັນ 400 ຊົ່ວໂມງ/ປີ ແລະ ເປີດທາງຈ່າຍຄ່າຈ້າງລ່ວງເວລາຊໍ້າໄດ້ສູງສູດ 3 ປີ.

ລັດຖະບານລະບຸວ່າ: ກົດໝາຍດັ່ງກ່າວ, ມີຄວາມຈໍາເປັນ ເພື່ອແກ້ໄຂບັນຫານາຍຈ້າງຂາດແຄນແຮງງານ ແລະ ຈະເປັນປະໂຫຍດກັບແຮງງານທີ່ຕ້ອງການເຮັດວຽກລ່ວງເວລາ ແຕ່ກຸ່ມປະທ້ວງເອີ້ນກົດໜາຍນີ້ວ່າ: “ກົດໝາຍທາດ”. ການປະທ້ວງຄັ້ງນີ້, ຖືເປັນການປະທ້ວງທີ່ຮ້າຍແຮງທີ່ສຸດນັບແຕ່ນາຍົກ ອອນບັນ ດໍາລົງຕໍາແໜ່ງອີກຄັ້ງໃນປີ 2010 ລ່າສຸດມີຜູ້ຖືກຈັບແລ້ວ 10 ຄົນ ແລະ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບບາດເຈັບຢ່າງໜ້ອຍ 14 ຄົນ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th, dailynews.co.th

ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...