ສະບາຍ! ເລີ່ມເສຍພາສີທີ່ດິນຜ່ານທະນາຄານໄດ້ແລ້ວ

0
3553

ຕໍ່ຈາກນີ້ ປະຊາຊົນຈະສາມາດຊໍາລະພາສີທີ່ດິນໄດ້ງ່າຍຂຶ້ນ ໂດຍຜ່ານລະບົບເສຍພາສີທີ່ດິນທີ່ທັນສະໄໝຜ່ານ 7 ທະນາຄານ ດ້ວຍ 2 ວິທີການຊໍາລະງ່າຍໆ ປອດໄພ, ວ່ອງໄວ, ຮັບປະກັນແກ່ການຈັດເກັບລາຍຮັບແຫ່ງລັດໃຫ້ມີລັກສະນະລວມສູນ, ຮັດກຸມໂປ່ງໃສ ແລະ ສາມາດກວດສອບໄດ້ງ່າຍ.

ທ່ານ ພູທະນູເພັດ ໄຊສົມບັດ, ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນພິທີຊັນສັນຍາ ແລະ ເປີດນໍາໃຊ້ລະບົບຮັບຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ຂຶ້ນໃນວັນທີ 17 ທັນວາ 2018 ວ່າ: ເພື່ອເປັນການປັບປຸງກົນໄກ ແລະ ວິທີການຊໍາລະໃຫ້ສະດວກວ່ອງໄວ, ຮັບປະກັນການກວດສອບໄດ້ ແລະ ພື້ນທີ່ການເຊື່ອມໂຍງເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງອາກອນ TaxRIS, ກົມສ່ວຍສາອາກອນ ຮ່ວມກັບບໍລິສັດພັດທະນາໄອທີພາຍໃນປະເທດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຄົ້ນຄວ້າກົນໄກການຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ໂດຍສາມາດຊໍາລະພາສີທີ່ດິນຜ່ານ 7 ທະນາຄານຄື:  ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານບີໄອຊີ ແລະ ທະນາຄານລາວ-ຈີນ. ສໍາລັບວິທີການຊໍາລະພາສີທີ່ດິນເຂົ້າສູ່ລະບົບທະນາຄານປະກອບມີ 2 ວິທີຄື: ຊໍາລະຜ່ານປ່ອງບໍລິການຂອງທະນາຄານທັງ 7 ແຫ່ງ ແລະ ຊໍາລະຜ່ານແອັບພລິເຄຊັນເທິງມືຖືຂອງແຕ່ລະທະນາຄານ (mobile banking application).

ທັງນີ້, ເພື່ອເປັນການປັບປຸງຫຼຸດຜ່ອນບັນຫາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະຜ່ານມາ, ສຸມໃສ່ແກ້ໄຂຂໍ້ມູນຂອງເນື້ອທີ່ດິນໃຫ້ຊັດເຈນ, ປັບປຸງກົນໄກການຊໍາລະດ້ວຍເງິນສົດໃນໄລຍະຜ່ານມາ, ເພີ່ມປະສິດທິພາບໃນການຊໍາລະຄ່າພາສີທີ່ດິນໃຫ້ດີຂຶ້ນ ພ້ອມຮັບປະກັນຂີດຄວາມສາມາດຂອງພະນັກງານສ່ວຍສາອາກອນ ແລະ ການເງິນໃນການຕິດຕາມກວດກາ ແລະ ເລັ່ງໃສ່ການປັບປຸງແກ້ໄຂຂໍ້ມູນທີ່ດິນໃນລະບົບຢ່າງເປັນລະບົບ. ທ່ານ ພູທະນູເພັດ ໄຊສົມບັດ, ກ່າວ.

 

 

 

 

 

ຮຽບຮຽງໂດຍ: ໃບບົບ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກີດ-ສັງຄົມ