ປູຕີນ ສັ່ງຄວບຄຸມດົນຕີແຣັບໃນລັດເຊຍ

0
1906

ປະທານາທິບໍດີ ດີວລາດິເມຍ ປູຕິນ ຂອງລັດເຊຍ ຂໍໃຫ້ລັດຖະບານເຂົ້າຈັດການຄວບຄຸມດົນຕີແຣັບໃນປະເທດ ຫ່ວງບັນຫາຢາເສບຕິດ ແລະ ພາສາຫຍາບຄາຍ ແຕ່ຕ້ອງກໍາຈັດບັນຫານີ້ດ້ວຍຄວາມລະມັດລະວັງ ໂດຍບອກວ່າເປັນຫ່ວງຢ່າງຍິ່ງໃນເລື່ອງການໃຊ້ຢາເສບຕິດຂອງໄວລຸ້ນ ໂດຍກະຊວງວັດທະນະທໍາລັດເຊຍ ຈະຫາທາງທີ່ດີທີ່ສຸດໃນການນໍາແນວທາງຄອນເສີດຂອງກຸ່ມໄວລຸ້ນ.

ໃນກ່ອນໜ້ານີ້, ມີຄອນເສີດດົນຕີແຣັບຫຼາຍແຫ່ງທົ່ວປະເທດທີ່ຖືກສັ່ງຍົກເລີກ, ປູຕິນ ກ່າວໃນຂະນະທີ່ເຂົ້າຮ່ວມກອງປະຊຸມຄະນະກໍາມະການເພື່ອວັດທະນະທໍາ ແລະ ສິລະປະທີ່ນະຄອນເຊນຕ์ ປີເຕີເບີຣ ລະບຸວ່າ: “ເມື່ອບໍ່ສາມາດສັ່ງຫ້າມດົນຕີແຣັບໄດ້ ລັດກໍຄວນຈະເຂົ້າມາມີບົດບາດໃນການຄວບຄຸມໃຫ້ຫຼາຍກວ່າເກົ່າ” ໂດຍກະຊວງວັດທະນະທໍາລັດເຊຍຈະຫາທາງທີ່ດີທີ່ສຸດໃນການນໍາແນວທາງຂອງຄອນເສີດກຸ່ມໄວລຸ້ນ ແລະ ຕ້ອງກໍາຈັດບັນຫານີ້ດ້ວຍຄວາມລະມັດລະວັງ ໂດຍບອກວ່າເປັນຫ່ວງຢ່າງຍິ່ງໃນເລື່ອງການໃຊ້ຢາເສບຕິດຂອງໄວລຸ້ນ.

ດົນຕີແຣັບ ແລະ ສິນລະປິນສະໄໝໃໝ່ຮູບແບອື່ນໆ ຕັ້ງຢູ່ເສົາຫຼັກ 3 ປະການຄື: ເພດສໍາພັນ, ຢາເສບຕິດ ແລະ ການປະທ້ວງຕໍ່ຕ້ານ ອາດເປັນເສັ້ນທາງອັນນໍາໄປສູ່ຄວາມຖົດຖອຍຂອງປະເທດ. ຜ່ານມາ ລັດຖະບານລັດເຊຍ ມີບັນຫາກັບວົງການດົນຕີມາຢ່າງຍາວນານ Pussy Riot ໄດ້ເຄື່ອນໄຫວທາງການເມືອງ ໂດຍອ້າງວ່າໜ່ວຍຂ່າວກອງລັດເຊຍວາງຢາໜຶ່ງໃນສະມາຊິກຂອງວົງເມື່ອເດືອນ ກັນຍາ ຜ່ານມາ. ຍ້ອນກັບໄປໃນສະໄໝສະຫະພາບໂຊຫວຽດ ດົນຕີປ໋ອບ ແລະ ຣັອກ ຈາກຊາວຕາເວັນຕົກຖືກເບິ່ງໃນດ້ານລົບ ແລະ ນັກດົນຕີຣັອກຊາວລັດເຊຍບາງຄົນກໍຖືດໍາເນີນຄະດີອີກດ້ວຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: bbc.com

ຮູບພາບຈາກ: abcnews.go.com