spot_img
Homeຂ່າວທ້ອງຖິ່ນຫຼວງພະບາງ ຜ່ອນໂທດ-ປ່ອຍຕົວນັກໂທດປະຈໍາປີ 2018

ຫຼວງພະບາງ ຜ່ອນໂທດ-ປ່ອຍຕົວນັກໂທດປະຈໍາປີ 2018

Published on

ໄອຍະການປະຊາຊົນ ແຂວງຫຼວງພະບາງ ປະກາດອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວໃຫ້ແກ່ນັກໂທດ ປະຈໍາປີ 2018 ໃນວັນທີ 12 ທັນວາ 2018, ມີທັງໝົດ 25 ຄົນ. “ໃນການຄັດເລືອກຄັ້ງນີ້, ໄດ້ອີງໃສ່ຈໍານວນນັກໂທດທີ່ມີຜົນງານດີເດັ່ນ ໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ ເພື່ອເຮັດໃຫ້ນັກໂທດທີ່ຮູ້ສຶກຜິດ ໃຫ້ກັບຄືນມາໃຊ້ຊີວິດໄດ້ຢ່າງເປັນປົກກະຕິ” ຮອງເຈົ້າແຂວງຫຼວງພະບາງກ່າວ.

ທ່ານ ສາຍຄໍາ ສີທໍລັກ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຫຼວງພະບາງ ໄດ້ກ່າວວ່າ: ໃນປີ 2018 ມີນັກໂທດທີ່ໄດ້ອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວທັງໝົດ 25 ຄົນ ໃນນີ້, ມີນັກໂທດທີ່ໄດ້ຮັບການປ່ອຍຕົວ 2 ຄົນ ແລະ ນັກໂທດຜ່ອນໂທດ 23 ຄົນ, ຍິງ 6 ຄົນ ໃນນັ້ນ, ນັກໂທດຂໍ້ຫາຢາເສບຕິດ 15 ຄົນ, ນັກໂທດຕະຫຼອດຊີວິດ 5 ຄົນ ແລະ ນັກໂທດທົ່ວໄປ 8 ຄົນ ໂດຍອີງຕາມການຈັດຕັ້ງປະຕິບັດຕາມດໍາລັດສະບັບເລກທີ 292/ປປທ, ລົງວັນທີ 20 ພະຈິກ 2018 ຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ແຂວງຫຼວງພະບາງ. 

ນອກນັ້ນ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ກ່າວເນັ້ນວ່າ:  ຈົ່ງສືບຕໍ່ໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ ເພື່ອໃຫ້ໄດ້ຮັບນະໂຍບາຍຕື່ມໃນປີຕໍ່ໄປ ສ່ວນຜູ້ທີ່ໄດ້ຮັບນະໂຍບາຍອະໄພໂທດປ່ອຍຕົວ ຕ້ອງສືບຕໍ່ປະຕິບັດພັນທະຂອງພົນລະເມືອງລາວ ໃນການດຳລົງຊີວິດໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຮັບປະກັນບໍ່ໃຫ້ກັບຄືນໄປເຮັດຜິດລະບຽບກົດໝາຍບ້ານເມືອງຢ່າງເດັດຂາດ. ໃນການຄັດເລືອກຄັ້ງນີ້, ໂດຍໄດ້ປະຕິບັດກັບນັກໂທດທີ່ມີຜົນງານດີເດັ່ນ ໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ ແນ່ໃສ່ເພື່ອເຮັດໃຫ້ນັກໂທດທີ່ຮູ້ສຶກຜິດ ໃຫ້ກັບຄືນມາໃຊ້ຊີວິດໄດ້ຢ່າງເປັນປົກກະຕິ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຂ່າວສານຫລວງພະບາງ, ສື່ມວນຊົນຫລວງພະບາງ

ຮູບພາບຈາກ: ສື່ມວນຊົນຫລວງພະບາງ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...