spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອກ່າວປະນາມ ການຄວໍ້າບາດຫຼ້າສຸດຂອງອາເມລິກາ

ເກົາຫຼີເໜືອກ່າວປະນາມ ການຄວໍ້າບາດຫຼ້າສຸດຂອງອາເມລິກາ

Published on

ເກົາຫຼີເໜືອ ກ່າວປະນາມມາດຕະການຄວໍ້າບາດໃນຮອບຫຼ້າສຸດຂອງສະຫະລັດອາເມລິກາ ທີ່ຂຶ້ນບັນຊີດໍາກັບເຈົ້າໜ້າທີ່ລະດັບສູງ 3 ຄົນຂອງເກົາຫຼີເໜືອ ແລະ ກົດດັນໃນເລື່ອງການປົດອາວຸດນີວເຄຍຫຼາຍຂຶ້ນ ໂດຍເກົາຫຼີເໜືອເຕືອນອາເມລິກາວ່າ ຫາກກັບໄປໃຊ້ຄວາມຮຸນແຮງອີກຄັ້ງ ອາດຈະສົ່ງຜົນຕໍ່ການປົດອາວຸດນິວເຄຍທີ່ຈະຖືກປິດຕະຫຼອດການ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ໃນວັນທີ 17 ທັນວາ 2018 ວ່າ ສະຖາບັນການສຶກສາ ກະຊວງການຕ່າງປະເທດ ຖະແຫຼງການຜ່ານສໍານັກຂ່າວເກົາຫຼີເໜືອ (KCNA) ເມື່ອວັນຈັນນີ້ ສະແດງຄວາມຍ້ອງຍໍຕໍ່ຄວາມພະຍາຍາມຂອງປະທານາທິບໍດີ ໂດນັລ ທຣໍ້າ ກັບການປັບປຸງຄວາມສໍາພັນລະດັບພາຄືກັບເກົາຫຼີເໜືອ ນັບຕັ້ງແຕ່ການພົບປະຫາລືກັນທີ່ສິງກະໂປ ໃນເດືອນ ມິຖຸນາ ຜ່ານມາ ແຕ່ການດໍາເນີນງານຂອງທັງສອງກາຍເປັນອຸປະສັກໃຫ້ກັບຂະບວນການດັ່ງກ່າວ ແລະ ມີແຕ່ຈະນໍາພາສອງປະເທດກັບຄື່ນສູ່ເສັ້ນທາງເກົ່າ ແລະ ບໍ່ສາມາດຍ້ອນກັບມາໄດ້ອີກ.

ທັ້ງນີ້, ກະຊວງການຕ່າງປະເທດອາເມລິກາ ໄດ້ອອກຖະແຫຼງການໃນອາທິດແລ້ວ ໂດຍໄດ້ຂຶ້ນບັນຊີດໍາບຸກຄົນສໍາຄັນຂອງເກົາຫຼີເໜືອ 3 ຄົນ ໃນຂໍ້ຫາກ່ຽວຂ້ອງກັບການປະຕິບັດງານ ແລະ ລະເມີດສິດທິມະນຸດ ໄດ້ແກ່ ຈອງ ຄໍຍອງແທັກ ລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງລັດ, ປຣາດ ກວາງ ໂຮ ເຈົ້າໜ້າທີ່ລະດັບສູງດ້ານການຈັດການນະໂຍບາຍໂຄສະນາຊວນເຊື່ອ ແລະ ໂຊ ຣໍຍອງ ແຮ ຮອງປະທານຄະນະກໍາມະການກິດຈະການແຫ່ງລັດ ເຊິ່ງເປັນໜຶ່ງໃນມືຂວາຂອງ ຄີມ ຈອງ ອືນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ໂດຍຫຼາຍຝ່າຍເຊື່ອວ່າການຂຶ້ນບັນຊີດໍາ ໂຊ ຣໍຍອງ ແຮ ອາດຈະເປັນປະເດັນທີ່ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະບານເກົາຫຼີເໜືອທີ່ສຸດ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ່ມູນຈາກ: thairath.co.th, dailynews.co.th, Arirang News

ຮູບພາບຈາກ: allnews.ge

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...