spot_img
Homeຂ່າວທ້ອງຖິ່ນເລີ່ມ! ສ້າງໂຮງໝໍມະໂຫສົດຫຼັງໃໝ່

ເລີ່ມ! ສ້າງໂຮງໝໍມະໂຫສົດຫຼັງໃໝ່

Published on

ລົງມືກໍ່ຢ່າງເປັນທາງການອາຄານໂຮງໝໍມະໂຫສົດຫຼັງໃໝ່ບັນຈຸ 600 ຕຽງ ໃນວັນທີ 14 ທັນວາ 2018 ພາຍຫຼັງທີ່ໄດ້ວາງສີລາຈາລຶກໃນປີ 2017 ຜ່ານມາ ເປັນການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ສປ ຈີນ ໂດຍມີທັງໝົດ 6 ພາກສ່ວນ ກວມເອົາເນື້ອທີ່ທັງໝົດ 30,3000 ຕາແມັດ ຄາດໝາຍການກໍ່ສ້າງຈະສໍາເລັດໃນປີ 2022.

ທ່ານ ເສີນເຣີ້ນ, ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ກ່າວວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດໃນຄັ້ງນີ້, ເປັນໂຄງການທີ່ໃຫຍ່, ມີມູນຄ່າການລົງທຶນຫຼາຍກວ່າໝູ່, ມາດຕະຖານການກໍ່ສ້າງສູງ ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍຂອງ ສປ ຈີນ ຢູ່ບັນດາປະເທດຕ່າງໆ. ການກໍ່ສ້າງໄດ້ມ້າງອາຄານເກົ່າສ່ວນໜຶ່ງອອກ ເພື່ອກໍ່ສ້າງອາຄານ 600 ຕຽງ, ເນື້ອທີ່ທັງໝົດຂອງໂຄງການ 30.300 ຕາແມັດ ອາຄານຕົ້ນຕໍລວມມີ 6 ພາກສ່ວນຄື: ອາຄານກວດກາສັງລວມ ເປັນອາຄານ 4 ຊັ້ນ, ອາຄານເຕັກນິກ 8 ຊັ້ນ, ອາຄານນອນຄົນເຈັບ 8 ຊັ້ນ, ອາຄານພະຍາດຊືມເຊື້ອແຖບຮ້ອນ 4 ຊັ້ນ, ອາຄານຫໍລາຍງານ 1 ຊັ້ນ ແລະ ຫ້ອງໃຕ້ດິນ.

ຖ້າກໍ່ສ້າງສໍາເລັດ ໂຮງໝໍມະໂຫສົດຈະເປັນໂຮງໝໍແຫ່ງໜຶ່ງທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ, ມີບົດບາດໃນການປິ່ນປົວ ແລະ ການແພດສົມບູນກວ່າເກົ່າ ສາມາດຮັບຄົນເຈັບຕະຫຼອດ 24 ຊົ່ວໂມງ. ນອກນັ້ນ, ຍັງຊ່ວຍຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ ແລະ ເປັນຂີດຫຼັກໝາຍອັນສໍາຄັນໃນປະຫວັດສາດມິດຕະພາບລາວ-ຈີນ, ຜູ້ພັດທະນາຈະຖືໂຄງການນີ້ເປັນໂອກາດເພື່ອເປີດ ແລະ ຄົ້ນຄວ້າວິທີການຮ່ວມມືແບບໃໝ່ທາງດ້ານການແພດລະຫວ່າງສອງປະເທດລາວ-ຈີນ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະເທດລາວ, ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...