ເດັກນ້ອຍອາຍຸ 7 ປີ ແຈ້ງຈັບພໍ່ທີ່ບໍ່ເຮັດຫ້ອງນໍ້າຕາມສັນຍາ

0
3093

ຮານີຟາ ຊາຣາ ສາວນ້ອຍອາຍຸ 7 ປີ ຢູ່ເມືອງ ອໍາບຣູ ລັດມິນາດູ ພາກໃຕ້ຂອງປະເທດອິນເດຍ ແຈ້ງຄວາມໃຫ້ເຈົ້າໜ້າທີ່ຕໍາຫຼວດຈັບພໍ່ຂອງຕົນ ທີ່ບໍ່ເຮັດຕາມສັນຍາວ່າຈະເຮັດຫ້ອງນໍ້າໃຫ້ລາວ ໂດຍ ຮານີຟາ ໄດ້ຂຽນຈົດໝາຍສົ່ງເຖິງເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນລະບຸວ່າ: “ພໍ່ໄດ້ສັນຍາວ່າຈະເຮັດຫ້ອງນໍ້າໃຫ້ ຖ້າເສັງໄດ້ທີ 1 ຂອງຊັ້ນຮຽນ ແລ້ວຮານິຟາກໍ່ຮຽນໄດ້ທີ 1 ຕັ້ງແຕ່ຕອນຮຽນຢູ່ອະນຸບານຈົນເຖິງປັດຈຸບັນ ແຕ່ພໍ່ກໍ່ຍັງບໍ່ເຮັດໃຫ້, ລາວຮູ້ສຶກອາຍທີ່ຕ້ອງຖ່າຍຢູ່ນອກບ້ານ”.

ເວັບໄຊ້ຂ່າວຕ່າງປະເທດລາຍງານວ່າ: ໃນຂະນະທີ່ພໍ່ຂອງ ຮານີຟາ ຖືກເອີ້ນໄປຫ້ອງການຕໍາຫຼວດ ໄດ້ບອກຄວາມຈິງວ່າ: “ເລີ່ມເຮັດຫ້ອງນໍ້າແລ້ວແຕ່ຍັງບໍ່ສໍາເລັດ ເພາະເງິນບໍ່ພຽງພໍ ແລະ ຕອນນີ້ກໍບໍ່ມີວຽກເຮັດ”. ໂດຍຄໍາຮ້ອງຂອງຮານີຟາ ໄດ້ເອີ້ນຄະແນນເຫັນໃຈ ແລະ ໄດ້ຮັບການສະໜັບສະໜູນຈາກຕໍາຫຼວດ, ທາງຕໍາຫຼວດຈິ່ງໄດ້ຕິດຕໍ່ຫາເຈົ້າໜ້າທີ່ທ້ອງຖິ່ນ ເຊິ່ງມີແຜນຊອກງົບປະມານສ້າງຫ້ອງນໍ້າຫຼາຍກວ່າ 500 ແຫ່ງໃນເຂດຊຸມຊົນທີ່ຮານີຟາອາໄສຢູ່. ເຈົ້າໜ້າທີ່ຕໍາຫຼວດໄດ້ເປັນຄົນກາງໄກ່ເກ່ຍໃຫ້ ຮານິຟາ ຍອມຈັບມື ແລະ ລົມກັບພໍ່ຂອງລາວ ຫຼັງຈາກທີ່ບໍ່ລົມນໍາກັນເປັນເວລາກວ່າ 10 ມື້.

ຈາກຂໍ້ມູນຂອງອົງການ ຢູນີເຊບ ປະຊະຊົນອິນເດຍຈໍານວນຫຼາຍບໍ່ໄດ້ເຂົ້າເຖິງຫ້ອງນໍ້າເກືອບ 500 ລ້ານຄົນ ຂັບຖ່າຍຊະຊາຍ ໂດຍສະເພາະເຂດຊົນນະບົດ ເຖິງວ່າລັດຖະບານໄດ້ຕັ້ງເປົ້າໝາຍສ້າງຫ້ອງນໍ້າທຸກຄົວເຮືອນພາຍໃນປີ 2019.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: thairath.co.th