spot_img
Homeຂ່າວທ້ອງຖິ່ນລົງນາມສັນຍາສຳປະທານເຂື່ອນໄຟຟ້ານ້ຳພູນ ແລະ ນ້ຳບີ 1, 2 ແລະ 3

ລົງນາມສັນຍາສຳປະທານເຂື່ອນໄຟຟ້ານ້ຳພູນ ແລະ ນ້ຳບີ 1, 2 ແລະ 3

Published on

ພິ­ທີ​ລົງ​ນາມ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ພູນ ແລະ ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 1, 2 ແລະ 3 ໄດ້​ຈັດ​ຂຶ້ນ​ວັນ​ທີ 11 ທັນ­ວາ 2018 ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ ຄຳ​ລຽນ ພົນ​ເສ­ນາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ກັບ​ທ່ານ ບຸນ​ອູ້ມ ສີ​ວັນ­ເພັງ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ ນ້ຳ​ພູນພາວ​ເວີ ຈຳ­ກັດ ແລະ ທ່ານ ຄຳ​ລຽນ ພົນ​ເສ­ນາ ກັບ​ທ່ານ ບຸນ​ສະ­ຫຼອງ ສຸດ­ທິ​ດາ​ຣາ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ ນ້ຳ­ບີ​ພາວ​ເວີ ຈຳ­ກັດ ມີ​ທ່ານ​ຮອງ​ເຈົ້າ­ແຂວງ ຮອງ​ລັດ­ຖະມົນ­ຕີ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ໂຄງ­ການ​ດັ່ງ­ກ່າວ, ​ຈະ​ເລີ່ມ​ລົງ­ມື​ກໍ່­ສ້າງ​ໃນຕົ້ນ​ປີ 2019 ນີ້ ແລະ ຄາດໝາຍ​ສຳເລັດ​ໃນ​ທ້າຍ​ປີ 2023.

ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ພູນຕັ້ງ​ຢູ່​ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ມີ​ກຳ­ລັງ​ການ​ຕິດ​ຕັ້ງ 45 MW ຈະ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໄດ້ 190 ລ້ານ KWh ສາ­ມາດ​ສ້າງ​ລາຍ​ຮັບ​ສະ­ເລ່ຍ 15 ລ້ານ​ໂດ​ລາ​ຕໍ່​ປີ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໂດຍ​ເຮັດ​ໃຫ້​ຕົວ​ເລກ GDP ເພີ່ມ​ຂຶ້ນ. ໃນ​ໄລ­ຍະ​ສຳ​ປະ­ທານ​ນັ້ນ ລັດ­ຖະ­ບານ​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ປະ­ມານ 6,5 ລ້ານ​ໂດ​ລາ/ປີ . ໂຄງ­ການ​ດັ່ງ­ກ່າວ, ໂດຍບໍ­ລິ­ສັດ ນ້ຳ​ພູນ​ພາວ​ເວີ ຈຳ­ກັດ ໄດ້​ເຊັນ​ສັນ­ຍາ ກໍ່­ສ້າງ​ກັບ​ບໍ­ລິ­ສັດ Power China Chengdu Engineering Corporation Limited ໃນ​ວັນ​ທີ 31 ກໍ­ລະ­ກົດ 2017 ດ້ວຍ​ມູນ​ຄ່າ​ 99,99 ລ້ານ​ໂດ​ລາ​ສະ­ຫະ­ລັດ ເຊິ່ງຈະ​ເລີ່ມ​ລົງ­ມື​ທຳ​ການ​ກໍ່­ສ້າງ​ໃນ​ຕົ້ນ​ປີ 2019 ແລະ ຄາດ­ໝາຍ​ສຳ­ເລັດ​ແມ່ນ​ໃນ​ທ້າຍ​ປີ 2021 ແລະ ເລີ່ມ​ສົ່ງ​ຂາຍ​ກະ­ແສ​ໄຟ­ຟ້າ​ໃນ​ຕົ້ນ​ປີ 2022.

ສໍາລັບໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ1, 2 ແລະ 3 ຈະ​ມີ​ການ​ກໍ່­ສ້າງ​ພ້ອມກັນ​ທັງ 3 ເຂື່ອນ ເຊິ່ງແຕ່​ລະ​ເຂື່ອນ​ປະ­ກອບ​ມີ​ເຄື່ອງ​ຈັກ​ຜະ­ລິດ​ໄຟ­ຟ້າເຂື່ອນ​ລະ 2 ໜ່ວຍ ແລະ ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 1 ມີ​ກຳ­ລັງ​ຕິດ​ຕັ້ງ 52 MW, ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 2 ມີ​ກຳ­ລັງ​ຕິດ​ຕິດ​ຕັ້ງ 71 MW ແລະ ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 3 ມີ​ກຳ­ລັງ​ຕິດ​ຕັ້ງ 12 MW; ລວມ​ທັງ 3 ເຂື່ອນມີກໍາລັງທັງ​ໝົດ 135 MW, ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້ 554 ລ້ານ KMh/​ປີ, ສ້າງ​ລາຍ​ຮັບ​ໃຫ້​ແກ່​ບໍ­ລິ­ສັດປະ­ມານ 35 ລ້ານ​ໂດ​ລາ​ສະ­ຫະ­ລັດ​/ປີ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດ­ຖະ­ບານ ສະ­ເລ່ຍ​ປະ­ມານ 18 ລ້ານ​ໂດ​ລາ​/​ປີ. ຕະ­ຫຼອດ​ໃນ​ໄລ­ຍະ​ອາ­ຍຸ​ການສຳ​ປະ­ທານ ແລະ ພາຍ­ຫຼັງ​ສິ້ນ​ສຸດ​ສຳ​ປະ­ທານ ທາງ​ບໍ­ລິ­ສັດ​ຈະ​ໄດ້​ມອບ​ຊັບ​ສິນ​ທັງ​ໝົດ​ຂອງ​ໂຄງ­ການ​ໃຫ້​ແກ່​ລັດ­ຖະ­ບານ ເພື່ອ​ສືບ­ຕໍ່​ຄຸ້ມ​ຄອງ ແລະ ທຳ​ການ​ຜະ­ລິດ​ຕໍ່​ໄປໂດຍ​ບໍ່​ຄິດ​ຄ່າ​ໃດໆ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...