spot_img
Homeຂ່າວທ້ອງຖິ່ນກະຊວງແຜນການ ຊີ້ເຫດຜົນທີ່ອະນຸມັດແຜນປະຈໍາປີຊັກຊ້າ ຍ້ອນ...

ກະຊວງແຜນການ ຊີ້ເຫດຜົນທີ່ອະນຸມັດແຜນປະຈໍາປີຊັກຊ້າ ຍ້ອນ…

Published on

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຊີ້ແຈ້ງໃນກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີVIII ວ່າ: ເຫດຜົນທີ່ອະນຸມັດຮັບຮອງແຜນປະຈໍາປີມີຄວາມຊັກຊ້າ ແລະ ແກ່ຍາວເວລາ ຍ້ອນບາງສິນຄ້າຜະລິດຢູ່ພາຍໃນ ບາງບໍລິສັດທີ່ຕ້ອງການຊື້ພາຍໃນເທົ່ານັ້ນ; ການນໍາເຂົ້າທາດເຄມີຕ້ອງມີໃບທະບຽນ ແລະ ຕ້ອງໄດ້ໃຊ້ເວລາໃນການພິຈາລະນາ; ບາງວິສາຫະກິດສະເໜີຂໍນະໂຍບາຍຜ່ານບໍລິສັດຂົນສົ່ງ ທີ່ບໍ່ໄປຕາມຮ່າງແຜນນໍາເຂົ້າປະຈໍາປີ; ບາງບໍລິສັດສະເໜີຂໍນະໂຍບາຍນໍາເຂົ້າທີ່ມີມູນຄ່າສູງກວ່າຄວາມເປັນຈິງ; ການປະກອບເອກະສານຍັງບໍ່ຄົບຖ້ວນຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ແລະ ອື່ນໆ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຊີ້ແຈ້ງວ່າ: ພາຍຫຼັງທີ່ໄດ້ມີການມອບ-ຮັບວຽກງານການຈັດຕັ້ງປະຕິບັດນະໂຍບາຍດ້ານພາສີ ແລະ ອາກອນໃນທ້າຍປີ 2017 ເປັນຕົ້ນມາ. ປັດຈຸບັນ, ມີລັດວິສາຫະກິດຍື່ນຂໍສະເໜີນະໂຍບາຍແຜນນໍາເຂົ້າວັດຖຸອຸປະກອນ ເພື່ອຮັບໃຊ້ວຽກງານການຜະລິດ ຫຼື ວຽກງານໂຄງການຫຼາຍເຖິງ 353 ບໍລິສັດ/ໂຄງການ ໃນນັ້ນ, ຄົ້ນຄວ້າສໍາເລັດ 329 ບໍລິສັດ/ໂຄງການ, ຍັງປະມານ 24 ບໍລິສັດ/ໂຄງການ. ຈໍານວນ 24 ບໍລິສັດນີ້, ໄດ້ຍື່ນເອກະສານເຂົ້າມາຊ້າ ຈຶ່ງເຮັດໃຫ້ການພິຈາລະນາອະນຸມັດຊ້າອອກໄປ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...