spot_img
Homeຂ່າວຕ່າງປະເທດສິງກະໂປເຮັດແທ້ທໍາຈິງ ລົງໂທດຄະດີກິນສິນບົນ 1 ໂດລາ

ສິງກະໂປເຮັດແທ້ທໍາຈິງ ລົງໂທດຄະດີກິນສິນບົນ 1 ໂດລາ

Published on

ໃນວັນທີ 11 ທັນວາ 2018 ຜ່ານມາ ເຈົ້າໜ້າທີ່ສິງກະໂປຕັ້ງຂໍ້ຫາກັບພະນັກງານຂັບລົດທີ່ເປັນແຮງງານຊາວຈີນ 2 ຄົນຊື່ ທ້າວ ເຊີນ ຈື້ ຫຼຽງ ອາຍຸ 47 ປີ ແລະ ທ້າວ ຈ້າວ ຫຍູຄຸນ ອາຍຸ 43 ປີ ໃນກໍລະນີເອີ້ນຮັບເງິນຈາກຄົນຂັບລົດທຸກເທື່ອໆລະ 1 ໂດລາສິງກະໂປ ເທົ່າກັບ 6.354 ກີບ ແລກກັບການຍົກສິນຄ້າຂຶ້ນລົງຈາກລົດ ໂດຍບໍ່ຫຼ້າຊ້າທີ່ທ່າເຮືອເກັບຕູ້ຄອນເທັນເນີຫຼາຍເທື່ອ ແຕ່ເຈົ້າໜ້າທີ່ຍັງບໍ່ລະບຸຈໍານວນເງິນໄດ້ຊັດເຈນ ທັງສອງຄົນອາດຈະຖືກຕິດຄຸກເຖິງ 5 ປີ ປັບໃໝ 100.000 ໂດລາສິງກະໂປ.

ສໍານັກງານສອບສວນການກະທໍາຜິດກົດໝາຍສໍ້ລາດບັງຫຼວງຂອງ ສິງກະໂປ ຖະແຫລງວ່າ: ຂຶ້ນຊື່ວ່າກິນສິນບົນເຖິງຈະ 1 ໂດລາກໍຕາມແມ່ນຖືວ່າຜິດ! ຕ້ອງສອບສວນ! ການກິນສິນບົນບໍ່ວ່າຈະເປັນເງິນເທົ່າໃດກໍຍອມຮັບບໍ່ໄດ້. ຄະດີດັ່ງກ່າວ, ສະທ້ອນໃຫ້ເຫັນຊື່ສຽງຂອງສິງກະໂປໃນຖະນາເປັນປະເທດຕໍ່ຕ້ານການສໍ້ລາດບັງຫຼວງ ຂະນະທີ່ລັດຖະມົນຕີສິງກະໂປໄດ້ຊີ້ວ່າ: ເປັນນັກການເມືອງທີ່ມີເງິນທີ່ສຸດໃນໂລກ ເລີ່ມຕົ້ນທີ 1.1 ລ້ານໂດລາສິງກະໂປ ເທົ່າກັບ 67.628 ລ້ານກີບ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th, khaosod.co.th

ຮູບພາບຈາກ: sbr.com.sg

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...