spot_img
Homeຂ່າວຕ່າງປະເທດສຸດອາລັງການ! ລູກ 2 ມະຫາເສດຖີອິນເດຍແຕ່ງງານກັນ

ສຸດອາລັງການ! ລູກ 2 ມະຫາເສດຖີອິນເດຍແຕ່ງງານກັນ

Published on

ລູກສາວ-ລູກຊາຍ ຂອງ 2 ອະພິມະຫາເສດຖີອິນເດຍ ເຂົ້າພິທີວິວາສຸດອາລັງການງານສ້າງທັງເຄື່ອງແຕ່ງກາຍ, ສະຖານທີ່ສຸດພິເສດ. ພິທີແຕ່ງງານໄດ້ຈັດຂຶ້ນເມື່ອວັນທີ 12 ທັນວາ 2018 ທີ່ບ້ານຂອງເຈົ້າສາວ ຢູ່ເມືອງມຸມໄບ, ໂດຍເຈົ້າສາວ ອີຊາ ອໍາບານີ ເປັນລູກສາວຄົນດຽວຂອງ ມຸເກດ ອໍາພານີ ມະຫາເສດຖີດ້ານທຸລະກິດນໍ້າມັນ ແລະ ໂທລະຄົມມະນາຄົມ ແລະ ນັນທ์ ພິຣາມານ ລູກຊາຍຂອງ ອາເຈ ພິຣາມານ ມະຫາເສດຖີອຸດສາຫະກໍາລະດັບສິບລ້ານໂດລາເຊັ່ນກັນ.

ທັງສອງຕະກູນໄດ້ທຸ້ມເງິນມະຫາສານເຖິງ 100 ລ້ານໂດລາ ຫຼືເທົ່າກັບ 853.400 ລ້ານກີບ ພ້ອມກັບເຊົ່າໂຮງແຮມລະດັບ 5 ດາວ ເຖິງ 5 ແຫ່ງທີ່ຢູ່ໃກ້ສະຖານທີ່ຈັດງານ ເພື່ອຮອງຮັບແຂກທີ່ເຂົ້າຮ່ວມງານ ແລະ ໜັງສືຈົດໝາຍລາຍລະອຽດຂອງງານແຕ່່ງທີ່ຂຽນໂດຍຄູ່ບ່າວ-ສາວ, ກ່ອງນ້ອຍໆເຊື່ອງໄວ້ຢູ່ໃນອີກຊັ້ນ ທີ່ບັນຈຸເປັນຄໍາ 4 ໃບ ໂດຍກ້ອງແຕ່ລະອັນຈະໃສ່ເຄື່ອງປະດັບ ແລະ ອັດໜີບເອົາໄວມີລາຄາປະມານ 4.684 ໂດລາ/ກາຣັດ ເຊິ່ງຖືເປັນງານແຕ່ງທີ່ໃຫຍ່-ແພງຫຼູຫຼາ ແລະ ອະລັງການທີ່ສຸດໃນໂລກເລີຍກໍວ່າໄດ້. ຍັງບໍ່ພໍເທົ່ານັ້ນ, ຫຼັງຈາກແລ້ວງານແຕ່ງຈະຍ້າຍເຂົ້າໄປຢູ່ເຮືອຫໍຄະລືຫາດ 26 ລ້ານໂດລາ ຫຼື  221.884 ລ້ານກີບ.

ຕາມຂ່າວຈາກຕ່າງປະເທດແຈ້ງວ່າ ແຂກເຂົ້າຮ່ວມມີດາຣາຮໍລີວູດ, ເຊເລບີຕີ້ ແລະ ຮີລລາຣີ ຄລິນຕັນ ລວມເຖິງ ອັນລາຣີ ຄລິນຕັນ ອາດິດສຸພາບສະຕີໝາຍເລກ​1 ຂອງອາເມລິກາ, ປຣະໜັບ ມຸກເຄຣຈີ ປະທານາທິບໍດີຄົນທີ 13 ຂອງອິນເດຍ, ກັບແຂກ VIP ທັງໝົດ 5.000 ຄົນ ໂດຍມີການເຊົ່າຖ້ຽວບິນຫຼາຍກວ່າ 100 ຖ້ຽວ ເພື່ອໃຊ້ພາແຂກຮ່ວມງານເດີນທາງໄປກັບ ແລະ ບໍ່ມີພຽງແຕ່ຄ່າໃຊ້ຈ່າຍໃນງານ ຫຼື ການຈັດງານເທົ່ານັ້ນ, ຄອບຄົວຂອງ ອໍາບານີ ຍັງບໍລິຈາກອາຫານ 3 ຄາບໃນ 4 ວັນໃຫ້ພຽງພໍແກ່ຊາວເມືອງ 5.100 ຄົນ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ, ຮູບພາບຈາກ: thairath.co.th, entertain.teenee.com

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...