spot_img
Homeຂ່າວຕ່າງປະເທດຜູ້ໂດຍສານຕື່ນຕາເຮືອບິນເອມິເຣດເຫຼື້ອມໄປທັງລຳ

ຜູ້ໂດຍສານຕື່ນຕາເຮືອບິນເອມິເຣດເຫຼື້ອມໄປທັງລຳ

Published on

ເມື່ອວັນທີ 10 ທັນວາ 2018 ທີ່ຜ່ານມາ ເວັບໄຊ ເດລີເມລ ໄດ້ມີການເຜີຍແຜ່ຮູບເຮືອບິນໂບອິ້ງ 777 ສ່ອງແສງເຫຼື້ອມລະຍິບລະຍັບຄ້າຍຝັງເພັດທັງລຳ ເຊິ່ງເປັນເຮືອບິນຂອງສາຍການບິນເອມິເຣດ ສາຍການບິນປະຈຳຊາດຂອງສະຫະລັດອາຫຼັບເອມິເຣດ ທີ່ຂຶ້ນຊື່ໃນເລື່ອງການມອບຄວາມຫຼູຫຼາມີລະດັບໃຫ້ແກ່ຜູ້ໂດຍສານ.

ເຮືອບິນລຳດັ່ງກ່າວນີ້ໄດ້ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ທີ່ໄດ້ພົບເຫັນ ເນື່ອງຈາກຕ່າງກໍ່ພາກັນຄິດວ່າເປັນເຮືອບິນຝັງເພັດ ແຕ່ຄວາມຈິງແລ້ວມັນເປັນພຽງການຕົບແຕ່ງຂຶ້ນເທົ່ານັ້ນ ບໍ່ໄດ້ມີການນຳເອົາເພັດແທ້ມາປະດັບເລີຍ ເຊິ່່ງຜົນງານດັ່ງກ່າວເປັນການອອກແບບຂອງ “ຊາຣາ ຊາຄລີ” ສາວນັກເດີນທາງທີ່ມັກໃນການຕົບແຕ່ງຮູບດ້ວຍການນຳເພັດມາປະດັບ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮບປະກອບ: news.mthai.com

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...