Homeຂ່າວຕ່າງປະເທດປີ 2019 ເສດຖະກິດໃນ 5 ປະເທດອາຊຽນຕ້ອງປະເຊີນກັບພາວະຕົກຕໍ່າ

ປີ 2019 ເສດຖະກິດໃນ 5 ປະເທດອາຊຽນຕ້ອງປະເຊີນກັບພາວະຕົກຕໍ່າ

Published on

ນັກວິເຄາະຂອງສະຖາບັນການເງິນພາຍໃນອາຊຽນ, ອາເມລິກາ ແລະ ເອີຣົບ ປະເມີນກົງກັນວ່າ ເສດຖະກິດໃນອາຊຽນປີ 2019 ຍັງຕ້ອງປະເຊີນກັບເສດຖະກິດຕົກຕໍ່າອີກຍາວ ເຖິງວ່າການເຈລະຈາຍົກເລີກຂໍ້ພິພາກທາງການຄ້າລະຫວ່າງຈີນ ແລະ ອາເມລິກາເປັນໄລຍະເວລາ 90 ວັນ ອາດຊ່ວຍຜ່ອນຄາຍຄວາມເຄັ່ງຕຶງທາງເສດຖະກິດໃນໄລຍະສັ້ນໄດ້ ແຕ່ຄາດວ່າໃນປີ 2019 ມີ 5 ປະເທດຢ່າງ ໄທ, ອິນໂດເນເຊຍ, ສິງກະໂປ, ມາເລເຊຍ ແລະ ຟິລິບປິນ ຍັງມີຄວາມສ່ຽງກັບພາວະເສດຖະກິດຕົກຕໍ່າ.

ການປະເມີນທ່າອ່ຽງໃນການຂະຫຍາຍຕົວທາງເສດຖະກິດຂອງ 5 ປະເທດດັ່ງກ່າວ ໃນຖານະທີ່ມີເສດຖະກິດຂະຫຍາຍໃຫຍ່ເປັນອັນດັບຕົ້ນໆຂອງອາຊຽນ ຄາດວ່າ ຈີດີພີ ຢູ່ທີ່ 4,8% ໂດຍສະເລ່ຍຫຼຸດລົງຈາກ 5% ໃນປີ 2018 ແລະ 5,1% ໃນປີ 2017 ອ້າງອີງຈາກໄຕມາດທີ 3 ໃນໄລຍະເດືອນກໍລະກົດ-ກັນຍາ 2018 ທີ່ຜ່ານມາ ພົບວ່າມີການຂະຫຍາຍຕົວຊ້າຫຼາຍ ເພາະ 5 ປະເທດຕ່າງກໍ່ເພິ່ງພາການສົ່ງອອກຈິ່ງໄດ້ຮັບຜົນການກະທົບຈາກບັນຫາປິ່ນອ້ອມຂ້ອນຂ້າງຫຼາຍ.

ຂະນະທີ່ ທ່ານ ໂມຮຳເໝັດ ຟາອິດ ນາກູທາ ນັກເສດຖະສາດຜູ້ຊ່ຽວຊານກ່າວວ່າ ອຸປະສັກສຳຄັນທີ່ນອກເໜືອຈາກຄວາມເຄັ່ງຕຶງທາງການຄ້າ ໄດ້ແກ່ພາວະເສດຖະກິດຂະຫຍາຍຕົວຊ້າໃນຈີນ ແລະ ຜົນກະທົບຈາກການປ່ຽນແປງອັດຕາແລກປ່ຽນໃນອາເມລິກາ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...