spot_img
Homeຂ່າວພາຍ​ໃນຕົກໃຈ! ຂູ່ວາງລະເບີດເຟສບຸກ

ຕົກໃຈ! ຂູ່ວາງລະເບີດເຟສບຸກ

Published on

ເວັບໄຊ CNBC ລາຍງານຜ່ານມາວ່າ ເຈົ້າໜ້າທີ່ຕໍາຫຼວດອາເມລິກາ ປະກາດອົບພະຍົບຄົນອອກຈາກສໍານັກງານຂອງເຟສບຸກໃນຊິລິຄອນ ໄວເລຍ ໃກ້ກັບເມືອງຊານຟານຊິສໂກ ສະຫະລັດອາເມລິກາຢ່າງໄວວາ ເມື່ອວັນທີ 11 ທັນວາ 2018   ເນື່ອງຈາກມີບຸກຄົນປິດສະໜາຜູ້ບໍ່ຫວັງດີແຈ້ງວ່າ ມີການວາງລະເບີດໃນສໍານັກງານເຟສບຸກ ໃນເມນໂລປຣາດ ຄາລິຟຣໍເນຍ.

ເຈົ້າໜ້າທີ່ລະບຸວ່າ ໄດ້ຮັບການແຈ້ງດັ່ງກ່າວ, ໃນເວລາປະມານ 16:30 ໂມງ ຕາມເວລາທ້ອງຖິ່ນ ໂດຍເຈົ້າໜ້າທີ່ສັ່ງໃຫ້ອົບພະຍົບຄົນອອກຈາກອາຄານສູງ 3 ຊັ້ນ ຂະນະທີ່ເຈົ້າໜ້າທີ່ເປີດເຜີຍວ່າ ອາຄານດັ່ງກ່າວ, ບໍ່ແມ່ນອາຄານສໍານັກງານໃຫຍ່. ຕໍ່ມາເວລາປະມານ 20:00 ໂມງ ເຈົ້າໜ້າທີ່ໜ່ວຍເກັບກູ້ລະເບີດ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດສອບພື້ນທີ່ ພົບວ່າບໍ່ມີຜູ້ໃດໄດ້ຮັບອັນລາຍແຕ່ຢ່າງໃດ ແລະ ບໍ່ພົບລະເບີດຕາມທີ່ໄດ້ຂູ່ໄວ້ກ່ອນນ້ານີ້.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th, thairath.co.th.

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...