spot_img
Homeຂ່າວທ້ອງຖິ່ນພົນໂທ ຈັນສະໝອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກຄົນທີ3 ຂອງລາວ

ພົນໂທ ຈັນສະໝອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກຄົນທີ3 ຂອງລາວ

Published on

ປະທານປະເທດ ແຫ່ງ ສປປ ລາວ ອອກດຳລັດເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນເປັນພົນເອກຄົນທີ3 ຂອງລາວ ໂດຍຖັດຈາກ ທ່ານ ພົນເອກ ຄໍາໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ, ລົງວັນທີ 10 ທັນວາ 2018, ສະບັບເລກທີ317/ປປທ.

ການເລື່ອນຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນເປັນຊັ້ນພົນເອກ ໄດ້ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງປີ 2015) ມາດຕາ 67 ຂໍ້ 06; ອີງຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງປີ 2018; ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ, ລົງວັນທີ 23 ພະຈິກ 2018.

ປັດຈຸບັນ, ສປປ ລາວ ລາວ ມີນາຍທະຫານລະດັບພົນເອກ 3 ທ່ານ ຄື: ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ພັກ ແລະ ປະທານປະເທດ, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ.

ສໍາລັບປະຫວັດຫຍໍ້ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເກີດເມື່ອວັນທີ 1 ມີນາ 1948, ທີ່ແຂວງຜົ້ງສາລີ ຊົນເຜົ່າ ກືມມຸ; ເຂົ້າການປະຕີວັດວັນທີ 4 ພະຈິກ 1963 ແລະ ເຂົ້າພັກສົມບູນວັນທີ 20 ມິນາ 1970; ລະດັບການສຶກສາຈົບຊັ້ນ ມ6, ລະດັບວິຊາສະເພາະປະລິນຍາໂທ ວິຊາ ການເມືອງ-ການທະຫານ, ລະດັບທິດສະດີການເມືອງ ປະລິນຍາໂທ; ເລື່ອນຊັ້ນຈາກ ພົນໂທ ຂຶ້ນເປັນ ພົນເອກ: 10/12/2018. ປັດຈຸບັນ, ຮັບຜິດຊອບໜ້າທີ່ຕໍາແໜ່ງພັກ ເປັນ ກໍາມະການກົມການເມືອງສູນກາງພັກ ແລະ ຕໍາແໜ່ງລັດ ເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...