spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງ ໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ-ນໍ້າປະປາ ແລະ...

ນະຄອນຫຼວງ ໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ-ນໍ້າປະປາ ແລະ…

Published on

ນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີກະຊວງການເງິນກໍຄື ລັດຖະບານລາວ ແກ້ໄຂໜີ້ສິນຫຼາຍໂຄງການເປັນຕົ້ນ ໜີ້ສິນຄ່າໄຟຟ້າທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ພ້ອມທັງສະເໜີສ້າງຕັ້ງການເງິນຂັ້ນບ້ານ ແລະ ໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ ແລະ ບັນຫາສໍາຄັນອື່ນໆ ແຕ່ຮອງນາຍົກລັດຖະມົນຕີ ໃຫ້ການຊີ້ນໍາວ່າ: “ສໍາລັບໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມາໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”.

ໃນກອງປະຊຸມພົບປະລະຫວ່າງຄະນະປະຈໍາພັກ ນວ ແລະ ຄະນະພັກກະຊວງການເງິນ, ວັນທີ 7 ທັນວາ 2018, ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນໃນ ນວ ເປັນຕົ້ນ ບັນຫາໜີ້ສິນໂຄງການ ການລົງທຶນຂອງລັດທີ່ ນວ ສະເໜີໃຫ້ແບ່ງຄວາມຮັບຜິດຊອບໜີ້ສິນລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຊິ່ງໂຄງການໃຫຍ່ຂອງປະເທດໃນ ນວ ມີ 46 ໂຄງການ ມູນຄ່າຕາມສະພາຮອງຮັບ 4.000 ຕື້ກວ່າກີບ, ມູນຄ່າຕາມສັນຍາ 4.510 ຕື້ກວ່າກີບ ປະຕິບັດໄດ້ 70,60% ຍັງຄ້າງຊໍາລະ 3.515 ຕື້ກວ່າກີບ ແລະ ຍັງຄ້າງຊໍາລະຕາມວຽກສໍາເລັດ 2.189 ຕື້ກວ່າກີບ. ສ່ວນໂຄງການທີ່ມີລັກສະນະຮັບໃຊ້ການພັດທະນາຂອງ ນວ ມີ 426 ໂຄງການ ມູູນຄ່າຊໍາລະຕາມສັນຍາ 3.808 ຕື້ກີບ ທີ່ ນວ ໄດ້ຮັບຜິດຊອບ.

ນອກຈາກນັ້ນ, ນວ ສະເໜີແກ້ໄຂ້ໜີ້ການຊົມໃຊ້ກະແສໄຟຟ້າທາງຫຼວງຈໍານວນ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ໂດຍສະເໜີໃຫ້ລັດຖະບານຕັ້ງງົບປະມານສະເພາະ ເພື່ອຊໍາລະທຸກເດືອນ ແລະ ເພີ່ມຂຶ້ນທຸກປີຕາມການຂະຫຍາຍໄຟແສງສະຫວ່າງຂອງຕົວເມືອງ ຫຼື ເກັບຄ່າບໍລິການໄຟແສງສະຫວ່າງຂອງຕົວເມືອງໃນລາຄາ 4.000-5.000 ກີບ/ກົງເຕີ/ເດືອນ ໃນຂອບເຂດ 300 ບ້ານ ທີ່ໄດ້ຮັບການປະກອບໄຟແສງສະຫວ່າງຕົວເມືອງ; ສະເໜີຄົ້ນຄວ້າງົບປະມານຄືນໃໝ່ ແລະ ຈັດຕັ້ງໂຄງການຫັນເປັນທັນສະໄໝ ໃນການເກັບອາກອນນໍາບັນດາຫົວໜ່ວຍເສຍອາກອນທີ່ ນວ ຄຸ້ມຄອງ ແລະ ສະເໜີນໍາໃຊ້ 50% ຂອງລາຍຮັບຈາກປີ້ເຂົ້າຊົມ 3 ແຫຼ່ງທ່ອງທ່ຽວເຂົ້າໃນການບູລະນະ ແລະ ແບ່ງຂັ້ນຄຸ້ມຄອງຕາມກິດຈະການ, ຕາມມູນຄ່າ; ສະເໜີສ້າງຕັ້ງການເງິນຂັ້ນບ້ານໂດຍໃຫ້ບ້ານມີລາຍຮັບກຸ້ມໃນການໃຊ້ຈ່າຍ ທັງສະເໜີໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ.

ໂອກາດດຽວກັນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຄໍາຊີ້ນໍາຕໍ່ການສະເໜີຂອງ ນວ ວ່າ: “ສໍາລັບໜີ້ສິນໂຄງການລົງທຶນຂອງລັດໃນ 46 ໂຄງການ ໃຫ້ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ຫາກຂຶ້ນກັບພາກສ່ວນໃດ ມອບໃຫ້ພາກສ່ວນນັ້ນຮັບຜິດຊອບ ສ່ວນໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມານັ້ນໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”.

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...