spot_img
Homeຂ່າວທ້ອງຖິ່ນສະພາ ຮັບຮອງເອົາ "ຊົນເຜົ່າບຣູ" ເປັນຊົນເຜົ່າທີ50 ຂອງລາວ

ສະພາ ຮັບຮອງເອົາ “ຊົນເຜົ່າບຣູ” ເປັນຊົນເຜົ່າທີ50 ຂອງລາວ

Published on

ໃນວັນທີ 5 ທັນວາ 2018, ນອກຈາກ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈະພິຈາລະນາ ແລະ ຮັບຮອງ ເອົາການແຕ່ງຕັ້ງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຄົນໃໝ່ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລ້ວ, ສສຊ ຍັງຮັບຮອງເອົາ ຊົນເຜົ່າບຣູ ເປັນຊົນເຜົ່າໃນວົງຄະນະຍາດແຫ່ງຊາດຂອງລາວ ດ້ວຍຄະແນນສຽງ 93% ຂອງຈໍານວນທັງໝົດ 121 ທ່ານ. ຈາກເມື່ອກ່ອນມີ 49 ເຊົ່າເຜົ່າ ປັດຈຸບັນ, ສປປ ລາວ ມີຊົນເພີ່ມຕື່ມເປັນ 50 ຊົນເຜົ່າ.

ການຮັບຮອງດັ່ງກ່າວ, ສະເໜີໂດຍ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII, ເນື່ອງຈາກໄດ້ເຫັນເຖິງຄວາມສໍາຄັນ ແລະທ່າແຮງຂອງຊົນເຜົ່າທີ່ຈະຊ່ວຍໃນການສ້າງສາພັດທະນາປະເທດຊາດ ແລະ ຊ່ວຍທັບມ້າງຕີຖອຍກໍາລັງອິດທິປໍລະປັກຢູ່ພາຍໃນ ແລະ ຕ່າງປະເທດ ທີ່ຫວັງແຕ່ຈະສ້າງຄວາມບໍ່ສະຫງົບໃນ ສປປ ລາວ ດັ່ງນັ້ນ, ສສຊ ຈຶ່ງປະກອບຄໍາເຫັນ ແລະ ເຫັດດີຮັບຮອງເອົາຊົນເຜົ່າບຣູ ເປັນຊົນເຜົ່າທີ50 ຂອງ ສປປ ລາວ.

ຊົນເຜົ່າບຣູ ເປັນອີກຊົນເຜົ່າຫນຶ່ງທີ່ມີປະຫວັດຄວາມເປັນມາຍາວນານ ໂດຍພື້ນຖານການດໍາລົງຊີວິດສ່ວນໃຫຍ່ຕັ້ງຖິ່ນຖານຢູ່ເຂດພາກກາງຫາພາກໃຕ້ຂອງ ສປປ ລາວ ໂດຍສະເພາະຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງອື່ນໆ. ຊົນເຜົ່າດັ່ງກ່າວ, ມີຂະນົບທໍານຽມ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກ ທີ່ສໍາຄັນມີພາສາປາກເວົ້າເປັນຂອງຕົ້ນເອງອີກດ້ວຍ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la, Lao National Radio

ຮູບພາບຈາກ:  laoedaily.com.la

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...