spot_img
Homeຂ່າວທ້ອງຖິ່ນສະພາ ແຕ່ງຕັ້ງລັດຖະມົນຕີ ປກສ ແລະ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ໃໝ່.

ສະພາ ແຕ່ງຕັ້ງລັດຖະມົນຕີ ປກສ ແລະ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ໃໝ່.

Published on

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII ໃນວັນທີ 5 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳຄິດເຫັນພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຄົນໃໝ່ ແລະ ແຕ່ງຕັ້ງ ທ່ານ ສອນໄຊ ສິດພະໄຊ ເປັນຜູ້ວ່າການທະນາຄານ ແຫ່ງສປປ ລາວ.

ຈາກການປະກອບຄໍາຄິດເຫັນຂອງ ສສຊ ແຕ່ງຕັ້ງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຂື້ນເປັນ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປ່ຽນແທນ ທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ດ້ວຍຄະແນນສຽງ 90% ຂອງຈໍານວນ ສສຊ ທີ່ເຂົ້າຮ່ວມຈໍານວນ 126 ທ່ານ ແລະ ສຽງທີ່ບໍ່ເຫັນດີມີ 9 ທ່ານ ເທົ່າກັບ 7% ແລະ ບໍ່ອອກສຽງ 2%. ທ່ານ ພົນຈັດຕະວາ ພູມີ ວັນດີໄຊ ສສຊ ເຂດທີ18 ແຂວງໄຊສົມບູນ ແລະ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສສຊ ເຂດທີ13 ແຂວງສະຫວັນນະເຂດ ມີຄຳເຫັນວ່າ: “ການແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຄັ້ງນີ້, ມີຄວາມເໝາະ ແລະ ມີມາດຕະຖານ-ເງື່ອນໄຂພຽງພໍຕໍ່ການເຮັດໜ້າທີ່ ທີ່ລັດຖະບານມອບໝາຍໃຫ້”.

ແຕ່ງຕັ້ງ ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການແຫ່ງ ສປປ ລາວ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ດ້ວຍຄະແນນສຽງ 108 ສຽງ ເທົ່າກັບ 87% ໃນຈໍານວນທັງໝົດ 124 ສຽງ. ທ່ານ ນາງບົວຄຳ ທິບພະວົງ ສສຊ ເຂດທີ1 ນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: “ການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່ມີຄວາມຈຳເປັນແຕ່ສະເໜີໃຫ້ເອົາໃຈໃສ່ຄຸ້ມຄອງເງິນໃຫ້ເຂົ້າສູ່ລະບົບ ແລະ ເປັນໄປຕາມກົດໝາຍ”.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio, laoedaily.com.la

ຮູບພາບຈາກ: laoedaily.com.la, Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...