Homeຂ່າວຕ່າງປະເທດຈີນ-ສະຫະລັດ ລະງັບການຕັ້ງກຳແພງພາສີຕໍ່ກັນເປັນເວລາ 90 ວັນ

ຈີນ-ສະຫະລັດ ລະງັບການຕັ້ງກຳແພງພາສີຕໍ່ກັນເປັນເວລາ 90 ວັນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ທັນວາ 2018 ວ່າ ປະທານາທິບໍດີ ໂດນັລ ທຣໍ້າ ແລະ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ມີການພົບປະຫາລື ແລະ ຮັບປະທານອາຫານຮ່ວມກັນນອກຮອບການປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ “G20” ທີ່ນະຄອນບົວໂນສໄປເຣສ ເມື່ອວັນເສົາທີ່ຜ່ານມາ; ເຖິງບໍ່ມີການຖະແຫຼງຮ່ວມກັນຢ່າງເປັນທາງການ ແຕ່ແຫຼ່ງຂ່າວຈາກທັງສອງຝ່າຍລະບຸວ່າ ຜູ້ນຳສະຫະລັດ ແລະ ຜູ້ນຳຈີນ “ເຫັນດີຮ່ວມກັນໃນທາງຫຼັກການ” ໃນການລະງັບການຕັ້ງກຳແພງພາສີຕໍ່ກັນເປັນເວລາ 90 ວັນ ແລ້ວໃຊ້ຊ່ວງເວລາດັ່ງກ່າວໃນການເຈລະຈາກັນ “ຢ່າງມີປະສິດທິພາບ” ເພື່ອຜົນປະໂຫຍດຂອງທັງສອງຝ່າຍ “ແຕ່ອາດມີການປ່ຽນແປງ” ຫາກການຫາລືໃນລະຫວ່າງນັ້ນບໍ່ປະສົບຜົນສຳເລັດ.

ກາບບັນລຸຂໍ້ຕົກລົງດັ່ງກ່າວໝາຍຄວາມວ່າລັດຖະບານອາເມລິກາ ຍັງບໍ່ປັບເພີ່ມອັດຕາພາສີສຳລັບສິນຄ້ານຳເຂົ້າຈາກຈີນມູນຄ່າ 200.000 ລ້ານໂດລາ ຈາກອັດຕາການເກັບພາສີທີ່ 10% ນັບຕັ້ງແຕ່ເດືອນກັນຍາ 2018 ທີ່ຜ່ານມາ ແລະ ກຽມຈະປັບເພີ່ມເປັນ 25% ເຊິ່ງຈະມີຜົນບັງຄັງໃຊ້ໃນເດືອນ ມັງກອນ 2019; ສ່ວນແຫຼ່ງຂ່າວໃນລັດຖະບານປັກກິ່ງໃຫ້ຂໍ້ມູນວ່າ ຈີນຈະເພີ່ມການຊື້ສິນຄ້າດ້ານພະລັງງານ, ຜະລິດຕະພັນການກະເສດ ແລະ ສິນຄ້າອື່ນຈາກອາເມລິກາ ແຕ່ບໍ່ມີການລະບຸປະລິມານ ແລະ ມູນຄ່າຢ່າງຊັດເຈນ ໂດຍລັດຖະບານປັກກິ່ງຈະລະງັບການໃຊ້ມາດຕະການກຳແພງພາສີກັບສະຫະລັດຄືກັນ ຫາກອີກຝ່າຍຍັງຮັກສາຄຳໝັ້ນສັນຍາ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th, today.line.me

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...