spot_img
Homeຂ່າວທ້ອງຖິ່ນເປີດຕົວອາພາດເມັ້ນ 205 ຫ້ອງທີ່ແລນມາກແມ່ຂອງຣີເວີໄຊ

ເປີດຕົວອາພາດເມັ້ນ 205 ຫ້ອງທີ່ແລນມາກແມ່ຂອງຣີເວີໄຊ

Published on

ໃນຕອນເຊົ້າຂອງວັນທີ 30 ພະຈິກ 2018 ໂຮງແຮມແລນມາກແມ່ຂອງ ຣີເວີໄຊ ໄດ້ເປີດຕົວອາພາດເມັ້ນ ຈໍານວນ 205 ຫ້ອງ, ທີ່ນະຄອນຫຼວງວຽງຈັນ ເພື່ອເປັນການເພີ່ມທາງເລືອກໃໝ່ໃຫ້ແກ່ລູກຄ້າ ໂດຍການເຂົ້າຮ່ວມຂອງທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ບໍລິຫານໃຫຍ່ຂອງໂຮງແຮມແລນມາກແມ່ຂອງ ຣີເວີໄຊ, ທ່ານ ກົງສຕັອງ ຕັງເຈັສປ, ຜູ້ອໍານວຍການພະແນກຫ້ອງພັກຂອງໂຮງແຮມ ພ້ອມດ້ວຍບັນດານັກທຸລະກິດ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ທິບພະວັນ ຈັນສົມພູ, ຜູ້ຈັດການອາພາດເມັ້ນໃຫ້ຮູ້ວ່າ: ການເປີດຕົວອາພາດເມັ້ນຄັ້ງນີ້, ເປັນໂຄງການໃໝ່ຂອງບໍລິສັດ ກິດຕິພົງ ກຣຸບ ເປັນເຈົ້າຂອງດຽວກັບໂຮງແຮມແລນມາກແມ່ຂອງ ຣີເວີໄຊ ໄດ້ເລີ່ມເປີດໃຫ້ຈັບຈອງຫ້ອງໃນກາງປີ 2018 ເປັນຕົ້ນມາ ເຊິ່ງແຕ່ລະຫ້ອງຈະມີເນື້ອທີ່, ຂອບເຂດ, ລາຄາ ແລະ ຈຸດຊົມວິວທີ່ແຕກຕ່າງກັນ ເພື່ອເພີ່ມທາງເລືອກໃຫ້ແກ່ລູກຄ້າທີ່ເຂົ້າມາພັກເຊົາຢູ່ໂຮງແຮມຂອງພວກເຮົາ. ນອກຈາກນີ້, ຍັງມີບໍລິການອື່ນໆ ເຊັ່ນ: ເດີ່ນເທັນນິສ, ຮ້ານກາເຟ, ໂຕະສະນຸກເກີ ພ້ອມນັ້ນ, ລູກຄ້າຍັງສາມາດໃຊ້ບໍລິການຟຣີຢູ່ໃນໂຮງແຮມບໍ່ວ່າຈະເປັນສະລອຍນໍ້າ,ຫ້ອງອອກກຳລັງກາຍ ແລະ ໂຮງຮູບເງົາທີ່ໃກ້ຈະສ້າງສຳເລັດແລ້ວໃນໄວໆນີ້. ສ່ວນຮ້ານອາຫານ ຫຼື ສະປາ ທີ່ຢູ່ໃນໂຮງແຮມແລນມາກ ສາມາດໃຊ້ສ່ວນລົດໄດ້10%.

ນອກຈານນັ້ນຍັງໃຫ້ສ່ວນຫຼຸດ 20% ສໍາລັບລູກຄ້າທີ່ເຊັນສັນຍາໃນໄລຍະໜຶ່ງປີ. ລາຄາເລີ່ມຕົ້ນທີ່ 1 ພັນໂດລາ ຫຼື ປະມານ 8,5 ລ້ານກີບ/ຫ້ອງ. ປັດຈຸບັນ, ມີລູກຄ້າເຂົ້າມາຈັບຈອງແລ້ວປະມານ 50% ມີທັງລູກຄ້າພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນລູກຄ້າສະຖານທູດ, ນັກທຸລະກິດ ແລະ ລູກຄ້າບັນດາບໍລິສັດທົ່ວໄປ. ຖ້າຫາກທ່ານສົນໃຈທີ່ຈະເຂົ້າມາພັກເຊົາ ຫຼື ຈັບຈອງໄວ້ເປັນອາພາດເມັ້ນ, ຫ້ອງການ ສາມາດຕິດຕໍ່ພົວພັນໄດ້ທີ່ໂຮງແຮມແລນມາ ຣີເວີໄຊ ສະຖານທີ່ຕັ້ງຢູ່ບ້ານທາດຂາວ ເມືອງສິສັດຕະນາກ ນະຄອນຫຼວງວຽງຈັນ. ເບີໂທ: 021 266 888 Hotline 24 hours: 030 5093240 WhatsApp: 020 77835325.

 

 

 

 

 

 

 

 

 

 

 

 

 

 

 

 

 

ຂ່າວ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...