spot_img
Homeຂ່າວພາຍ​ໃນຕຳຫຼວດໜອງຄາຍ ບຸກຊ່ວຍເຫຼືອສາວລາວ ຖືກບັງຄັບຄ້າກາມ

ຕຳຫຼວດໜອງຄາຍ ບຸກຊ່ວຍເຫຼືອສາວລາວ ຖືກບັງຄັບຄ້າກາມ

Published on

833167

ຕຳຫຼວດກວດຄົນເຂົ້າເມືອງໜອງຄາຍ ພ້ອມກັບທະຫານ ບຸກຊ່ວຍສາວລາວ ພາຍຫຼັງທີ່ຜູ້ເປັນຍ່າຂໍຮ້ອງໃຫ້ຊ່ວຍເຫຼືອຫຼານສາວຖືກຫຼອກໄປຂາຍປະເວນີພ້ອມຄຸມໂຕຊາຍເຈົ້າຂອງສະຖານທີ່ພ້ອມແຈ້ງຂໍ້ຫາຄ້າມະນຸດ ສ່ວນເຫຍື່ອຢູ່ໃນຄວາມເບິ່ງແຍງຂອງພະແນກພັດທະນາສັງຄົມໜອງຄາຍ.

ກາງເດິກຂອງມື້ຄືນນີ້, ວັນທີ 20 ກັນຍາ 2014 ເມື່ອເວລາ 23:00 ໂມງ ຕຳຫຼວດກວດຄົນເຂົ້າເມືອງໜອງຄາຍແລະທະຫານ ຮ່ວກັນຈັບກຸມ ທ້າວ ຍານັນ ແສງສຸວັນ ອາຍຸ 42 ປີ ປະຊາຊົນຕຳບົນໝາກແຄ້ງ, ອຳເພີເມືອງ, ຈັງຫວັດອຸດອນ ພ້ອມໃຫ້ຄວາມຊ່ວຍເຫຼືອ ນາງ ເອ(ນາມສົມມຸດ) ອາຍຸ 14 ປີ, ນາງ ບີ ອາຍຸ 16 ປີ ແລະນາງ ຊີ ອາຍຸ 18 ປີ ທັງເປັນເປັນຄົນນະຄອນຫຼວງວຽງຈັນ ສືບເນື່ອງຈາກເມື່ອວັນທີ 17 ກັນຍາ 2014 ທີ່ຜ່ານມາ ນາງ ມີ(ນາມສົມມຸດ) ອາຍຸ 70 ປີ ຊາວຈັງຫວັດມະຫາສາລະຄາມ ເຂົ້າຂໍຄວາມຊ່ວຍເຫຼືອຈາກ ຮ້ອຍເອກ ອະພິຊາດ ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງໜອງຄາຍວ່າ ນາງ ເອ ຫຼານສາວຂອງຕົນຖືກຫຼອກໃຫ້ຄ້າປະເວນີໃນຈັງຫວັດໜອງຄາຍ.

ນາງມີ ແຈ້ງກັບເຈົ້າໜ້າທີ່ວ່າ ລູກຊາຍຂອງຕົນມີພັນລະຍາຄົນລາວມີລູກສາວນຳກັນ ນາງມີຈຶ່ງຂ້າມມາຝັ່ງລາວຊ່ວຍລ້ຽງຫຼານຈົນເລິ່ມໃຫຍ່ເປັນສາວແລ້ວ ນາງມີຈຶ່ງເດິນທາງໄປໆ ມາໆ ຕະຫຼອດ ຈົນກະທັ່ງຫຼ້າສຸດເມື່ອຂ້າມມາຢາມ ນາງ ເອ ຜູ້ເປັນຫຼານສາວ ທີ່ປະເທດລາວ ຈຶ່ງໄດ້ຮູ້ວ່າ ນາງ ເອ ຖືກຫຼອກໃຫ້ຂາຍປະເວນີ ແລະພະຍາຍາມໂທລະສັບຕິດຕໍ່ຫາ ນາງ ເອ ຢູ່ຫຼາຍຄັ້ງ ແຕ່ພັດໄດ້ຮັບການປະຕິເສດຫ້າມບໍ່ໃຫ້ຕິດຕໍ່ ເພາະ ນາງເອ ກ່າວວ່າ ຖືກຂົ່ມຂູ່ທຳຮ້າຍຮ່າງກາຍ.

ຈາກນັ້ນ ຮ້ອຍເອກອະພິຊາດ ຈຶ່ງຕິດຕາມສືບສວນຮູ້ວ່າ ນາງ ເອ ຢູ່ໃນຄວາມເບິ່ງແຍງຂອງ ທ້າວ ຍານັນ ຈຶ່ງຕິດຕໍ່ຫຼອກຊື້ບໍລິການໃຫ້ ທ້າວ ຍານັນ ພານາງ ເອ ມາສົ່ງຢູ່ໂຮງແຮມແຄມຂັ່ງຂອງ ໃນເຂດເທສະບານເມືອງໜອງຄາຍ ປາກົດວ່າ ທ້າວ ຍານັນ ຂີ່ລົດຈັກພານາງ ເອ ແລະນາງ ບີ ມາພົບ ໂດຍຕິດຕໍ່ຊື້ປະເວນີຄົນ 500 ບາດ ເຈົ້າໜ້າທີ່ຈຶ່ງຄວບຄຸມຕົວໄວ້ ເຊິ່ງນາງ ບີ ບອກວ່າ ນາງ ຊີ ໝູ່ຜູ້ໜຶ່ງທີ່ມານຳກັນຖືກຂັງໄວ້ຢູ່ຫ້ອງເຊົ່າສອງຊັ້ນ ເລກທີ 179/3 ຮ່ອມດອນມົນ 2 ຕຳບົນໂພໄຊ ອຳເພີເມືອງໜອງຄາຍ ເຈົ້າໜ້າທີ່ຈຶ່ງເຂົ້າໄປຊ່ວຍເຫຼືອອອກມາ.

ຈາກການສອບສວນຮູ້ວ່າ ນາງ ເອ ເດິນທາງເຂົ້າປະເທດໄທເມື່ອ 3 ເດືອນກ່ອນ ສ່ວນນາງ ບີ ກັບນາງ ຊີ ມາພ້ອມກັນເມື່ອ 5 ເດືອນກ່ອນ ໂດຍນາງເອ ກ່າວວ່າ ເມື່ອເດືອນມິຖຸນາທີ່ຜ່ານມາ ມີຄົນໄທຜູ້ໜຶ່ງບໍ່ຮູ້ຊື່ ອາຍຸປະມານ 35 ປີ ໄປເລາະຫາຍິງສາວທີ່ບ້ານຊຳບອນ ນະຄອນຫຼວງວຽງຈັນ ທີ່ຕົນອາໄສຢູ່ນຳພໍ່ແມ່ ໂດຍຊາຍຄົນດັ່ງກ່າວບອກວ່າຕ້ອງການພະນັກງານເສີບໃນຮ້ານອາຫານ ທີ່ຈັງຫວັດອຸດອນ ເປັນວຽກສະບາຍ ລາຍໄດ້ດີ ຕົນເກັບໝູ່ອີກ 3 ຄົນຈຶ່ງໄດ້ຂຶ້ນລົດມານຳ ຫຼັງຈາກຮອດໜອງຄາຍແລ້ວ ໄດ້ພາພວກຕົນມາໃຫ້ ທ້າວ ຍານັນ ແຕ່ທ້າວ ຍານັນ ເລືອກຕົນເອງໄວ້ພຽງຄົນດຽວ ສ່ວນໝູ່ທີ່ມານຳກັນ 3 ຄົນບໍ່ຮູ້ວ່າໄປໃສ ຫຼັງຈາກນັ້ນ ທ້າວ ຍານັນ ໄດ້ບັງຄັບໃຫ້ຂາຍປະເວນີ ມື້ລະ 6-7 ຄັ້ງ ໂດຍບໍ່ເຄີຍໄດ້ເງິນແຖມຍັງຖືກທ້າວ ຍານັນ ຂົ່ມຂູ່ຖ້າບໍ່ຍອມຈະຖືກທຸບຕີລະບໍ່ໃຫ້ກັບບ້ານ.

ສ່ວນທ້າວຍານັນ ສາລະພາບວ່າ ໄດ້ເຊົ່າເຮືອນຫຼັງດັ່ງກ່າວໃຫ້ທັງ 3 ສາວ ພັກອາໄສຢູ່ ເມື່ອມີລູກຄ້າຕ້ອງການໃຊ້ບໍລິການ ກໍຈະນັດສະຖານທີ່ ຈາກນັ້ນຂີ່ລົດຈັກພາໄປສົ່ງໃຫ້ລູກຄ້າ.

ທັງນີ້ເຈົ້າໜ້າທີ່ເຂົ້າກວດສອບຮ້ານຕົ້ນຄູນ ຄາຣາໂອເກະ ໃນ ຕຳບົນໂພໄຊ ອຳເພີເມືອງໜອງຄາຍ ພົບຍິງສາວຊາວລາວ ອາຍຸ 16-26 ປີ ຈຳນວນ 7 ຄົນ ແລະຜູ້ຊາຍລາວອາຍຸ 16 ປີ ເປັນນ້ອງເມຍຂອງທ້າວຍານັນ ຈາກນັ້ນເຈົ້າໜ້າທີ່ໄດ້ຄວບຄຸມຕົວທັງໝົດມາສອບສວນທີ່ຫ້ອງການຕຳຫຼວດກວດຄົນເຂົ້າເມືອງ ພົບວ່າຍິງຊາວລາວທັງໝົດທີໜັງສືອະນຸຍາດເຮັດວຽກຢ່າງຖືກຕ້ອງ ຈຶ່ງໄດ້ປ່ອຍໂຕໄປ.

ຫຼັງຈາກເຈົ້າໜ້າທີ່ພັດທະນາສັງຄົມແລະຄວາມໝັ້ນຄົງຂອງມະນຸດ ຈັງຫວັດໜອງຄາຍໄດ້ສອບຖາມຂໍ້ມູນຍິງສາວຄົນລາວທັງໝົດຢ່າງລະອຽດແລ້ວພົບວ່າ ຢູ່ໃນຂ່າຍຂອງການຕົກເປັນເຫຍື່ອການຄ້າມະນຸດ ຈຶ່ງເອົາໂຕທັງໝົດໃຫ້ຢູ່ໃນຄວາມເບິ່ງແຍງຂອງພັດທະນາສັງຄົມແລະຄວາມໝັ້ນຄົງຂອງມະນຸດ ລະຫວ່າງນີ້ຈະພາໄປສົ່ງທີ່ບ້ານນາລີສະຫວັດ ຈັງຫວັດນະຄອນລາຊະສີມາ ຈົນກວ່າຄະດີຈະສິ້ນສຸດ. ສ່ວນທ້າວ ຍານັນ ຈະຖືກແຈ້ງຂໍ້ຫາໃນຖານຄວາມຜິດຄ້າມະນຸດ ຄຸມໂຕສົ່ງພະນັກງານສອບສວນ ຫ້ອງການຕຳຫຼວດເມືອງໜອງຄາຍ ດຳເນີນຄະດີຕາມກົດໝາຍຕໍ່ໄປ.

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...