spot_img
Homeຂ່າວທ້ອງຖິ່ນສສຊ ຝາກ ສາທາ ແກ້ໄຂການປິ່ນປົວ ແລະ ບຸກຄະລາກອນຂາດຈັນຍາບັນ

ສສຊ ຝາກ ສາທາ ແກ້ໄຂການປິ່ນປົວ ແລະ ບຸກຄະລາກອນຂາດຈັນຍາບັນ

Published on

ພາຍຫຼັງ, ລັດຖະມົຕີກະຊວງສາທາລະນະສຸກ ໄດ້ຂຶ້ນຊີ້ແຈງກ່ຽວກັບຄຸນນະພາບການບໍລິການ, ການປິ່ນປົວຢູ່ໂຮງໝໍ-ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ອ່ານຂ່າວກ່ອນໜ້ານີ້: https://laopost.com/?p=107106&preview=true ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາຄິດເຫັນ ໂດຍໃຫ້ສາທາເອົາໃຈໃສ່ການລົງທຶນ, ການຄຸ້ມຄອງໂຮງໝໍ ແລະ ຮ້ານຂາຍຢາ, ການນໍາໃຊ້ບັດປະກັນສຸຂະພາບໃຫ້ເປັນເອກະພາບລະຫວ່າງໂຮງໝໍເມືອງກັບແຂວງ ແລະ ອື່ນໆ.

ວັນທີ 29 ພະຈິກ 2018 ທີ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ VIII ສສຊ ໄດ້ປະກອບຄໍາຄິດຄໍາເຫັນ ດ້ານວຽກງານສາທາລະນະສຸກ ໂດຍຝາກໃຫ້ມີການລົງທຶນສ້າງໂຮງໝໍ ແລະ ສຸກສາລາໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການໄປປິ່ນປົວຢູ່ປະເທດເພື່ອນບ້ານ, ສ້າງບຸກຄະລາກອນໃຫ້ຕິດພັນກັບການບໍລິການ, ຄຸ້ມຄອງໂຮງໝໍເອກະຊົນ ແລະ ຮ້ານຂາຍຢາ ສ້າງບຸກຄະລາກອນເພື່ອຄຸ້ມຄອງອຸປະກອນການແພດ, ການນໍາໃຊ້ບັດປະກັນສຸຂະພາບຍັງບໍ່ທັນເປັນເອກະພາບລະຫວ່າງໂຮງໝໍເມືອງ ແລະ ແຂວງ ການນໍາສົ່ງຄົນເຈັບຈາກເມືອງໄປແຂວງຍັງມີຄວາມຊັກຊ້າ ບາງຄັ້ງກໍເມີນເສີຍ ການບົ່ງມະຕິພະຍາດຍັງບໍ່ຖືກຕ້ອງ ແພດໝໍທີ່ປະຈໍາຢູ່ສຸກສາລາຍັງບໍພຽງພໍຕໍ່ຄົນເຈັບ. ນອກນັ້ນ, ຍັງມີການໂຄສະນາເກີນເຫດ ແລະ ຢາກໃຫ້ເຂັ້ມງວດໃນການສຶກສາອົບຮົມຈັນຍາບັນ-ຈັນຍາທໍາຂອງແພດໝໍ ແລະ ອື່ນໆ ເພື່ອຍົກສູງດ້ານສຸຂະພາບ ແລະ ການບໍລິການຂອງແພດໝໍໃຫ້ດີຂຶ້ນ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...