ສາທາຊີ້ ແພດໝໍຂາດຈັນຍາບັນ ເຮັດໃຫ້ການປິ່ນປົວຂາດຄຸນນະພາບ

1
2794

ລັດຖະມົນຕີກະຊວງສາທາລະນະສຸກ ເຜີຍວ່າ: ການບໍລິການປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາໃນຂອບເຂດທົ່ວປະເທດ ເຖິງຈະມີການຂະຫຍາຍລົງໄປຫາປະຊາຊົນທີ່ຫຼາຍຂຶ້ນກວ່າເກົ່າ ແຕ່ຍັງມີຫຼາຍສິ່ງທ້າທາຍຕໍ່ການບໍລິການປິ່ນປົວ ໂດຍສະເພາະແພດໝໍຈໍານວນໜຶ່ງຄວາມຮູ້ຄວາມສາມາດຍັງຈໍາກັດ, ຂາດຈັນຍາບັນ-ຈັນຍາທໍາ, ຄວາມຮັບຜິດຊອບບໍ່ສູງ ບາງຄັ້ງແລ່ນນໍາແຕ່ຜົນປະໂຫຍດ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເພື່ອໃຫ້ການບໍລິການໃນຕໍ່ໜ້າມີຄວາມຄ່ອງຕົວ ແລະ ທັນກັບສະພາບຂອງຜູ້ປ່ວຍຫຼາຍຂຶ້ນ.

ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບຄຸນນະພາບການບໍລິການ, ການປິ່ນປົວຢູ່ໂຮງໝໍ-ສຸກສາລາຂອງແພດໝໍຢູ່ລາວ ແລະ ທິດທາງແກ້ໄຂໃນຕໍ່ໜ້າວ່າ: ເຖິງວ່າການບໍລິການຈະຂະຫຍາຍຕົວລົງຫາພໍ່ແມ່ປະຊາຊົນໄດ້ຫຼາຍຂຶ້ນ ແຕ່ກໍຍັງມີຫຼາຍສິ່ງຫຼາຍຢ່າງທີ່ເປັນສິ່ງທ້າທາຍຕໍ່ການໃຫ້ບໍລິການປິ່ນປົວພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ. ປັດຈຸບັນ, ພື້ນຖານໂຄງລ່າງການບໍລິການຍັງບໍ່ໄດ້ມາດຕະຖານ, ຂາດອຸປະກອນເຄື່ອງມືປິ່ນປົວ, ພະນັກງານເຖິງຈະມີເພີ່ມຂຶ້ນແຕ່ຍັງບໍ່ພຽງພໍ ໂດຍສະເພາະພະນັກງານຢູ່ຮາກຖານສຸກສາລາ; ພະນັກງານສ່ວນຫຼາຍດີ ແຕ່ຍັງມີຈໍານວນໜຶ່ງຄວາມຮູ້ຄວາມສາມາດຍັງຈໍາກັດ, ຂາດຈັນຍາບັນ-ຈັນຍາທໍາ, ຄວາມຮັບຜິດຊອບບໍ່ສູງ ບາງຄັ້ງແລ່ນນໍາແຕ່ຜົນປະໂຫຍດ, ການບົ່ງມະຕິ ຫຼື ຊອກຄົ້ນຫາພະຍາດຍັງບໍ່ທັນຊັດເຈນ ແລະ ຂາດຊ່ຽວຊານລົງເລີກບາງຂະແໜງການ; ກົນໄກການບໍລິການຢູ່ໂຮງໝໍ ໂດຍສະເພາະການຈົດລາຍຮັບ-ລາຍຈ່າຍທີ່ໃຊ້ເຄື່ອງມືໄອທີຍັງບໍ່ທັນສອດຄ່ອງຕົວ, ການຊຸກຍູ້ຈູງໃຈພະນັກງານຍັງບໍ່ໄດ້ດີເທົ່າທີ່ຄວນ ລະບົບການເຮັດວຽກຍັງບໍ່ຖືກກັບສາກົນ.

ນອກຈາກນັ້ນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍປິ່ນປົວຍັງບໍ່ທັນຄົບຊຸດ ແລະ ຮັດກຸມ ອັນຕະລາຍທີ່ສຸດແມ່ນງົບປະມານ ເຖິງວ່າຈະມີເພີ່ມຂຶ້ນ ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການໃນວຽກງານຕົວຈິງ ເຮັດໃຫ້ການບໍລິການປິ່ນປົວພໍ່ແມ່ປະຊາຊົນທົ່ວປະເທດຍັງມີຄວາມຫຍຸ້ງຍາກ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເພື່ອໃຫ້ການບໍລິການໃນຕໍ່ໜ້າມີຄວາມຄ່ອງຕົວ ແລະ ທັນກັບສະພາບຂອງຜູ້ປ່ວຍຫຼາຍຂຶ້ນ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືຳພິມເສດຖະກິດ-ສັງຄົມ

ຮູບພາບຈາກ: vietnamnews.vn

1 COMMENT

  1. ເຮັດວຽກເມືີອຍຊິຕາຍ ຄ່ຳມືດຈັ້ງໄດ້ຮອດເຮືອນ
    ເວລາຢູ່ນຳຄອບຄົວກະຈົນຊິບໍ່ມີ ຍາມລົງວຽກແຫ່ງຄັກລົງສັກຢາແຕ່ລະຈຸດໄດ້ເລາະແຕ່ລະເຮືອນ ບ້ານ1ມີ100ປຫລັງຄາ ໄປເລາະ ສັກຢາຢອດຢາ ຍາມຝົນແຫ່ງສຸດຍອດເລີຍ ຖ້າເປັນມື້ຍາມມື້ໄດ້ມີຄົນເຈັບຫລາຍ ຫລືມີເກີດລູກໄດ້ນອນບໍພໍຊົວໂມງຊ້ຳ ຕື່ນເຊົ້າມາກະຍັງໄດ້ມາວຽກຄືເກົາອີກ ກະຄວນເຫັນໃຈກັນແນ່ເດີພີ້ນ້ອງ

Comments are closed.