spot_img
Homeຂ່າວທ້ອງຖິ່ນປກສ ຈະຈໍາກັດນັກທ່ອງທ່ຽວ ແລະ ພາຫະນະນໍາທ່ຽວ

ປກສ ຈະຈໍາກັດນັກທ່ອງທ່ຽວ ແລະ ພາຫະນະນໍາທ່ຽວ

Published on

ທ່ານ ພົຕ ກົງທອງ ພົງວິຈິດ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ VIII ຈະຈໍາກັດຄົນຕ່າງປະເທດທີ່ນໍາພານັກທ່ອງທ່ຽວໄປທ່ອງທ່ຽວດ້ວຍຕົນເອງ ແລະ ຍານພາຫະນະນໍາທ່ຽວຕ້ອງເປັນລົດທີ່ໄດ້ຮັບອະນຸຍາດຂົນສົ່ງທ່ອງທ່ຽວເທົ່ານັ້ນ ແລະ ບໍ່ໃຫ້ບໍລິສັດເອົາຄົນຕ່າງຊາດເຂົ້າມາເປັນຜູ້ບໍລິຫານໂດຍບໍ່ໄດ້ຮັບອະນຸຍາດ ເພື່ອຫຼີກລ້ຽງປາກົດການຫຍໍ້ທໍ້ຕ່າງໆ ແລະ ຮັບປະກັນການບໍລິການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີຄວາມສະຫງົບ.

ທ່ານ ພົຕ ກົງທອງ ຊີ້ແຈງວ່າ: ຕໍ່ກັບບັນຫາວຽກງານກວດກາຄົນເຂົ້າ-ອອກເມືອງ ໂດຍສະເພາະຄົນຕ່າງປະເທດຈໍານວນໜຶ່ງລັກເຂົ້າມາປະກອບກິດຈະການຂະແໜງການທ່ອງທ່ຽວ ໂດຍບໍ່ມີບັດແຮງງານ ແລະ ໃບອະນຸຍາດພັກເຊົາ. ນອກນັ້ນ, ຜູ້ປະກອບການບາງຈໍານວນບໍ່ລາຍງານແຂກເຂົ້າເຮືອນພັກເຊົາ, ບໍ່ລາຍງານສະພາບເຫດການທີ່ເກີດຂຶ້ນ; ຮັບນັກທ່ອງທ່ຽວທີ່ໃຊ້ປື້ມຜ່ານແດນໄປທ່ອງທ່ຽວຊະຊາຍກາຍເຂດອະນຸຍາດ; ເອົາຄົນຕ່າງປະເທດເຂົ້າມາເປັນຜູ້ບໍລິຫານ, ຜູ້ຈັດການ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລະເມີດຕໍ່ສັນຍາລະຫວ່າງປະເທດ ຮ້າຍໄປກວ່ານັ້ນ, ຍັງມີການລ່ວງລໍ້າເຂົ້າເຂດຫວງຫ້າມ (ເຂດຍຸດທະສາດ) ພານັກທ່ອງທ່ຽວໄປສ້າງກິດຈະກໍາ ແລະ ຍັງມີຜູ້ປະກອບການທ່ອງທ່ຽວຈໍານວນໜຶ່ງຂາຍລາຍການທ່ອງທ່ຽວແລ້ວປ່ອຍໃຫ້ແຂກໄປທ່ຽວດ້ວຍຕົນເອງ ໂດຍບໍ່ມີໄກ້ນໍາທ່ຽວ ແລະ ຍານພາຫະນະນໍາທ່ຽວກໍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ.

“ດ້ວຍເຫດນີ້, ປກສ ຈະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ຶອຈໍາກັດການອະນຸຍາດໃຫ້ຄົນຕ່າງປະເທດນໍາພານັກທ່ອງທ່ຽວໄປທ່ອງງທ່ຽວດ້ວຍຕົນເອງໂດຍທີ່ບໍ່ໄດ້ຮັບອະນຸຍາດ ແຕ່ຖ້າພະນັກງານນໍາທ່ຽວທີ່ໄດ້ຜ່ານການເຝິກອົບຮົມມີຈັນຍາບັນ ແລະ ມີບັດທ່ອງທ່ຽວຢ່າງຖືກຕ້ອງ ຈຶ່ງສາມາດໃຫ້ບໍລິການນັກທ່ອງທ່ຽວໄດ້ ສ່ວນຍານພາຫະນະນໍາທ່ຽວຕ້ອງເປັນລົດທີ່ໄດ້ຮັບອະນຸຍາດຂົນສົ່ງທ່ອງທ່ຽວເທົ່ານັ້ນ ເພື່ອຫຼີກລ້ຽງປາກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມປອດໄພທາງດ້ານຊີວິດ, ຊັບສິນ ພ້ອມທັງຮັບປະກັນການບໍລິການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ສິ່ງສໍາຄັນໃຫ້ມີຄວາມປອດໄພສູງ” ພົຕ ກົງທອງ ພົງວິຈິດ ກ່າວ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: www.flickr.com

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...