Homeຂ່າວຕ່າງປະເທດສະຖິຕິໂລກ ໜຸ່ມອັງກິດ ປູກຫອມບົວໃຫຍ່ ທີ່ໃຫຍ່ທີ່ສຸດໃນໂລກ

ສະຖິຕິໂລກ ໜຸ່ມອັງກິດ ປູກຫອມບົວໃຫຍ່ ທີ່ໃຫຍ່ທີ່ສຸດໃນໂລກ

Published on

182138

Tony Glover ໃຊ້​ເວລາ​ເກືອບ 1 ປີ ປູກ​ຫອມບົວໃຫຍ່ ​​ຂະໜາດ ປະມານ 8 ກິໂລ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ທ້າວ Tony Glover ອາຍຸ 49 ປີ ຖືກ​ບັນ​ທຶ​ກລົງໃນ ​ກິນ​ເນດ ບຸກ ຫລັງ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ປູກ​ຫອມບົວໃຫຍ່ ​ ຂະໜາດປະມານ 8 ກິໂລ ຊຶ່ງ​ກາຍ​ເປັນ​ຫອມບົວໃຫຍ່ ທີ່ໃຫຍ່​ທີ່ສຸດ​ໃນ​ໂລກ​ແຊງ​ໜ້າ​ເຈົ້າ​ຂອງ​ຖິ​ຕິ​ເກົ່າ​ທີ່​ມີຕຳແໜ່ງ​ຫອມບົວໃຫຍ່​ຂະໜາດ 4 ກິໂລເຄີ່ງ ​ໄປ​ຢ່າງ​ບໍ່​ເຫັນ​ຊັດ   ສຳລັບ​ Glover ຈາກ​ເມືອງ Moira ຂອງ​ອັງ​ກິດ ເປີດ​ເຜີຍ​ວ່າ ລາວໃຊ້​ເວລາ​ປູກ​ຫອມບົວໃຫຍ່ ​ດົນ​ເກືອບ​ປີ ໂດຍ​ໝັ່ນ​ໃຫ້​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ​ໄນ​ໂຕ​ເຈນ​ ແລະ ​ຄອຍຖ້າ​ກວດ​ເຊັກ​ວ່າ​ອຸນຫະພູມ​ຄວາມ​ຊຸ່ມໃຫ້​ເໝາະ​ສົມ ນອກ​ຈາກ​ນີ້​ບ່ອນທີ່​ປູກ​ຍັງ​ຕິດ​ຕັ້ງ​ໄຟ​ຈຳ​ຮອງ​ແສງ​ອາທິດ​ເພື່ອ​ໄວ້​ເປີດ​ໃນ​ຍາມ​ທີ່​ອາ​ກາດ​ບໍ່​ດີ ທ້ອງຟ້າບໍ່ແຈ້ງ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...