Homeຂ່າວຕ່າງປະເທດນັກວິທະຍາສາດຈີນອ້າງວ່າສາມາດແກ້ໄຂພັນທຸກຳແອນ້ອຍ ເພື່ອປ້ອງກັນຈາກເຊື້ອໄວຣັສ HIV ໄດ້

ນັກວິທະຍາສາດຈີນອ້າງວ່າສາມາດແກ້ໄຂພັນທຸກຳແອນ້ອຍ ເພື່ອປ້ອງກັນຈາກເຊື້ອໄວຣັສ HIV ໄດ້

Published on

ສຳນັກຂ່າວ ເອພີ ຮົງກົງ ລາຍງານວ່າ ນັກວິທະຍາສາດຈີນຄົນໜຶ່ງອ້າງວ່າລາວສາມາດແກ້ໄຂພັນທຸກຳຂອງແອນ້ອຍໄດ້ເຊິ່ງລາວໄດ້ແກ້ໄຂພັນທຸກຳໃຫ້ມະນຸດບໍ່ຕິດເຊື້ອHIV, AIDS ຫຼື ເຊື້ອພະຍາດອື່ນໆໄດ້.

ນັກຄົ້ນຄວ້ານາມວ່າ He Jiankui ຈາກເມືອງເຊິນເຈິນ ສປ ຈີນ ໄດ້ກ່າວວ່າ ລາວໄດ້ສາມາດປ່ຽນແປງແກ້ໄຂໂຕອ່ອນເດັກນ້ອຍໃນລະຫວ່າງການເຮັດເດັກຫຼອດແກ້ວຂອງຄູ້ຮັກ 7 ຄູ່, ໃນນັ້ນ ການຕັ້ງຄັນແມ່ນສຳເລັດ 1 ຄັ້ງ ເຊິ່ງເປັນແຝດເພດຍິງ. ລາວໄດ້ກ່າວວ່າ ເປົ້າໝາຍຂອງລາວບໍ່ແມ່ນການຮັກສາ ຫຼື ປ້ອງກັນໂລກທີ່ຕິດຕໍ່ກັນທາງສາຍເລືອດ ແຕ່ເປັນການສ້າງລັກສະນະພູມຄຸ້ມກັນຂອງຮ່າງກາຍແບບທຳມະຊາດ ຈາກເຊື້ອໄວຣັສ HIV ຫຼື AIDS.

ເຖິງຢ່າງໃດກໍຕາມ ຍັງບໍ່ມີການຍືນຍັນຈາກຊ່ຽວຊານທ່ານອື່ນໆວ່າການກ່າວອ້າງຂອງ He Jiankui ສາມາດແກ້ໄຂພັນທຸກຳນັ້ນແມ່ນແທ້ຫຼືບໍ່. ແຕ່ໄດ້ມີນັກວິທະຍາສາດຫຼາຍຄົນຈາກຫຼາຍປະເທດອອກມາຕໍ່ຕ້ານ ແລະ ບໍ່ເຫັນດີກັບການຄົ້ນຄວ້າຄັ້ງນີ້ ເຊິ່ງພວກເຂົາໄດ້ກ່າວວ່າ ການທົດລອງກັບມະນຸດເປັນການກະທຳທີ່ບໍ່ມີສິນທຳ ແລະ ຈະລິຍະທຳ, ການເຮັດແບບນີ້ແມ່ນບໍ່ປອດໄພ, ມັນຈະມີຜົນກະທົບຕໍ່ຄົນຮຸ່ນຫຼັງ ແລະ ມັນອາດສ່ຽງຕໍ່ການຄຸກຄາມພັນທຸກຳອື່ນກໍ່ເປັນໄດ້.

 

 

 

 

 

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂໍ້ມູນ: Bloomberg

ຮູບພາບຈາກ: Zee News india.com

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...