spot_img
Homeຂ່າວຕ່າງປະເທດຈີນ ສັ່ງສອບສວນນັກວິທະຍາສາດ ອ້າງແປງກໍາມະພັນປ້ອງກັນການຕິດເຊື້ອ HIV

ຈີນ ສັ່ງສອບສວນນັກວິທະຍາສາດ ອ້າງແປງກໍາມະພັນປ້ອງກັນການຕິດເຊື້ອ HIV

Published on

ລັດຖະບານຈີນ ສັ່ງໃຫ້ມີການສອບສວນ ໃນກໍລະນີນັກວິທະຍາສາດຄົນໜຶ່ງ ອ້າງວ່າໄດ້ສໍາເລັດໃນການແກ້ໄຂພັນທຸກໍາ ເພື່ອປ້ອງກັນການຕິດເຊື້ອ HIV.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວ່າ ຄະນະກໍາມາທິການສາທາລະນະສຸກແຫ່ງຊາດ ຂອງ ສປ ຈີນ ອອກຖະແຫຼງຂ່າວໃນຕອນເຊົ້າຂອງວັນທີ 27 ພະຈິກ 2018 ເລື່ອງການແຕ່ງຕັ້ງທີມງານສະເພາະກິດສອບສວນ ສຈ. ເຫີ ຈ້ຽນຂຸຍ ທີ່ໄດ້ໂພສຄລິບໃນເວັບໄຊ ຍູທູບໃນຊ່ວງຕົ້ນອາທິດນີ້ ອ້າງຄວາມສໍາເລັດໃນການໃຫ້ກໍາເນີດເດັກຝາແຝດຍິງ ດ້ວຍວິທີເດັກຫຼອກແກ້ວ ເຊິ່ງໃນຊ່ວງໜຶ່ງຂອງຂະບວນການມີການຕັດແຕ່ງໂຄງສ້າງພັນທຸກໍາບາງຢ່າງ ເພື່ອໃຫ້ເດັກທີ່ເກີດມາມີພູມຕ້ານທານຈາກເຊື້ອໄວຣັສ HIV ໂດຍເດັກນ້ອຍຝາແຝດຍິງຄູ່ນີ້ມີຊື່ວ່າ: ລູລູ່ ແລະ ນານະ ທີ່ໄດ້ມືນຕາເບິ່ງໂລກໃນອາທິດຜ່ານທີ່ມາ.

ນອກຈາກນັ້ນ, ການລາຍງານຂອງ ສຈ. ເຫີ ຈ້ຽນຂຸຍ ໄດ້ຮັບການເຜີຍແຜ່ໃນວາລະສານຂອງສະຖາບັນເຕັກໂນໂລຊີ ແມສຊາຊູເຊດສ (MIT) ແຕ່ກໍຍັງບໍ່ມີຫຼັກຖານອັນໃດທີ່ສາມາດຢືນຢັນຄໍາກ່າວຂອງ ເຫີ ຈ້ຽນຂຸຍ ໄດ້ ລວມເຖິງບົດຄວາມຂອງ MIT ກ່ຽວກັບຜົນງານຂອງ ເຫີ ຈ້ຽນຂຸຍ ໄດ້ລົງທ້າຍວ່າ: “ກໍລະນີດັ່ງກ່າວ, ມີຄວາມຫຼໍ່ແຫຼມທາງຈະລິຍະທໍາ”.

ແນວໃດກໍຕາມ ເຫີ ຈ້ຽນຂຸຍ ຈະເຂົ້າຮ່ວມປະຊຸມລະຫວ່າງປະເທດດ້ານການແພດ ທີ່ຮົງກົງໃນກາງອາທິດນີ້ ແລະ ຈະມີການແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນດັ່ງກ່າວ ຖ້າຫາກມີຫຼັກຖານ ຫຼື ຂໍ້ມູນໃດທີ່ສາມາດຢືນຢັນວ່າເປັນເລື່ອງຈິງ ຈິ່ງຈະຖືວ່າຜົນງານວິທະຍາສາດຄັ້ງນີ້ເປັນກໍລະນີທໍາອິດຂອງໂລກ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...