Homeຂ່າວຕ່າງປະເທດລັດຖະບານມົງໂກລີມອບຂອງຂວັນເປັນແກະ 1.050 ໂຕໃຫ້ລັດຖະບານລາວ

ລັດຖະບານມົງໂກລີມອບຂອງຂວັນເປັນແກະ 1.050 ໂຕໃຫ້ລັດຖະບານລາວ

Published on

ໃນຕອນບ່າຍຂອງວັນທີ 23 ພະຈິກ 2018 ທີ່ຜ່ານມາ ຢູ່ສະໜາມບິນສາກົນວັດໄຕ ໄດ້ຈັດພິທີມອບ-ຮັບແກະຈໍານວນ 1.050 ໂຕທີ່ລັດຖະບານມົງໂກລີ ມອບເປັນຂອງຂວັນໃຫ້ແກ່ ລັດຖະບານ ສປປ ລາວ, ຕາງໜ້າລັດຖະບານມົງໂກລີ ກ່າວມອບໂດຍ ທ່ານ ກາລບັດຣ໌າຕ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງມົງໂກລີ ປະຈໍາລາວ, ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ຈາກນັ້ນໄດ້ມອບຕໍ່ໃຫ້ກະຊວງປ້ອງກັນປະເທດນໍາໄປລ້ຽງດູ ແລະ ຂະຫຍາຍພັນຕໍ່ໄປ ເຊິ່ງຕາງໜ້າໃຫ້ກະຊວງປ້ອງກັນປະເທດກ່າວຮັບໂດຍ ທ່ານ ພົນຕີ ພູວົງ ວົງພົມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນກຽດເຂົ້າຮ່ວມເປັນສັກຂີພະຍານມີທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍແຂກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແກະຈໍານວນ 1.050 ໂຕທີ່ລັດຖະບານມົງໂກລີນໍາມາມອບເປັນຂອງຂວັນໃຫ້ແກ່ລັດຖະບານລາວຄັ້ງນີ້ ແມ່ນແກະແມ່ພັນຈໍານວນ 850 ໂຕ, ແກະພໍ່ພັນ 25 ໂຕ ແລະ ແກະທົ່ວໄປ 175 ໂຕ ເຊິ່ງແກະທັງໝົດນີ້ແມ່ນມອບໃຫ້ກະຊວງປ້ອງກັນປະເທດນໍາໄປລ້ຽງດູ ແລະ ຂະຫຍາຍແນວພັນຢູ່ສະຖານທີ່ລ້ຽງຂອງກະຊວງປ້ອງກັນປະເທດ 2 ຈຸດຄື: ທົ່ງພູເກັງ ແຂວງ ຊຽງຂວາງ ແລະ ທົ່ງຜາເຈຍ ແຂວງ ຫລວງພະບາງ; ພ້ອມນີ້ ທາງລັດຖະບານມົງໂກລີຍັງໄດ້ສົ່ງຊ່ຽວຊານ 3 ທ່ານມາຊ່ວຍວິຊາການລາວໃນໄລຍະ 3 ເດືອນ, ເຊິ່ງການມອບຂອງຂວັນໃນຄັ້ງນີ້ແມ່ນເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ລາວ-ມົງໂກລີໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ສະຖານທູດມົງໂກລີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...