spot_img
Homeຂ່າວທ້ອງຖິ່ນກະຊວງການເງິນ ລາຍງານຕໍ່ກອງປະຊຸມສະພາ ລາຍຮັບອາດເກີນແຜນ 0,17%

ກະຊວງການເງິນ ລາຍງານຕໍ່ກອງປະຊຸມສະພາ ລາຍຮັບອາດເກີນແຜນ 0,17%

Published on

ການຈັດເກັບລາຍຮັບຂອງລັດຖະບານ ໃນປີນີ້ຄາດວ່າຈະເກັບລາຍຮັບໄດ້ປະມານ 25,49 ພັນຕື້ກີບ ເທົ່າກັບ 100,17% ຂອງແຜນປີ ໃນນີ້ລາຍຮັບພາຍໃນ 22,4 ພັນຕື້ກີບ ເທົ່າກັບ 98,77%  ເຊິ່ງການເພີ່ມຂຶ້ນດັ່ງກ່າວ ເນື່ອງຈາກລາຍຮັບພາຍໃນຂອງຂະແໜງການທີ່ຄາດໄວ້ວ່າຈະຈັດເກັບໄດ້ເກີນແຜນ ຍ້ອນມີລາຍໄດ້ຈາກການຊໍາລະໜີ້ຂອງລັດວິສາຫະກິດ, ເງິນປັນຜົນຈາກການຂາຍຮຸ້ນ, ລາຍຮັບຈາກຂະແໜງວິຊາການເພື່ອຈົດ-ນັບທັງສູນກາງ ແລະ ທ້ອງຖິ່ນ. ຂະນະທີ່ລາຍຈ່າຍຢູ່ໃນລະດັບ 32,6 ພັນຕື້ກີບ ຫຼື ປະມານ 99,64% ຂອງແຜນການໃນປີ. ປີ 2019 ຈະສູ້ຊົນເກັບລາຍຮັບງົບປະມານໃຫ້ 26 ພັນກວ່າຕື້ກີບ ເພີ່ມຂຶ້ນ 3,35% (ທຽບໃສ່ແຜນປີ 2018).

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ  ລາຍງານຕໍ່ກອງປະຊຸມສະພາວັນທີ 20 ພະຈິກ 2018 ວ່າ: ການຈັດຕັ້ງປະຕິດບັດແຜນງົບປະມານແຫ່ງລັດ 9 ເດືອນ ໃນປີ 2018 ມີທ່າອ່ຽງດີສົມຄວນ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2017 ລາຍຮັບທັງໝົດສາມາດປະຕິບັດໄດ້ 67,04% ຂອງແຜນການໃນປີ ເພີ່ມຂຶ້ນ 15,5% ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 69,69% ຂອງແຜນປີ ເພີ່ມຂຶ້ນ 17,7% (ທຽບໃສ່ປີ 2017) ແຕ່ລາຍຮັບຈາກການຊ່ວຍເຫຼືອລ້າມີທ່າອ່ຽງຫຼຸດລົງປະມານ 45,20% ຂອງແຜນການປີ ຫຼຸດລົງຈາກປີຜ່ານມາ 6,85%.

ສ່ວຍລາຍຈ່າຍປະຕິບັດໄດ້ 68,16% ເພີ່ມຂຶ້ນ 14,8% (ທຽບໃສ່ປີ 2017) ບັນດາລາຍຈ່າຍບູລິມະສິດສາມາດປະຕິບັດໄດ້ຕາມແຜນການ ແລະ ທັນເວລາເປັນຕົ້ນ ລາຍຈ່າຍເງິນເດືອນນະໂຍບາຍຕ່າງໆປະຕິບັດໄດ້ 70% ຂອງແຜນການ, ຊໍາລະໜີ້ສິນ 74,64%. ນອກຈາກນັ້ນ, ຍັງສາມາດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດຖະບານດ້ວຍຫຼາຍຮູບການ ເຊັ່ນ: ຊໍາລະໜີ້ດ້ວຍແຫຼ່ງທຶນປົກກະຕິ, ອ່ວຍໜີ້ 3 ແຈ ແລະ ການຊໍາລະຄືນຕົ້ນທຶນພັນທະບັດລົງທຶນ.

ທ່ານກ່າວຕື່ມວ່າ: ຄາດຄະເນການຂາດດຸນງົບປະມານມີຈໍານວນ 7,19 ພັນຕື້ກີບ ຫຼື ປະມານ 4,72% ຂອງ GDP (ແຜນການຂາດດຸນທີ່ສະພາຮັບຮອງຈໍານວນ 7,3 ພັນຕື້ກີບ ຫຼື ເທົ່າກັບ 4,92% ຂອງ GDP ເຊິ່ງຕົວເລກ GDP ຄາດວ່າຈະບັນລຸໄດ້ 152,425 ຕື້ກີບ). ການລະດົມແຫຼ່ງທຶນ ເພື່ອດຸນດ່ຽງດ້ານງົບປະມານປີ 2018 ສ່ວນໃຫຍ່ໄດ້ປະຕິດບັດຕາມແຜນການ ແລະ ກໍາລັງດໍາເນີນການລະດົມທຶນຈາກຕ່າງປະເທດ ແລະ ສະຖາບັນການເງິນຕ່າງໆໃຫ້ພຽງພໍກັບຄວາມຕ້ອງການໃນການເບີກຈ່າຍ ພ້ອມທັງສໍາເລັດຂັ້ນຕອນການກະກຽມ ເພື່ອທົດລອງອອກຈໍາໜ່າຍພັນທະນະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວໃນທ້າຍປີ 2018.

ຄາດໝາຍສູ້ຊົນງົບປະມານແຫ່ງລັດປີ 2019 ຈະເກັບລາຍຮັບງົບປະມານລວມທັງໝົດໃຫ້ໄດ້ 26 ພັນກວ່າຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 3,35% ໃນນີ້: ລາຍຮັບຈາການຊ່ວຍເຫຼືອລ້າ 2,06 ພັນຕື້ກີບ, ລາຍຮັບພາຍໃນ 24 ພັນກວ່າຕື້. ສ່ວນລາຍຈ່າຍບໍ່ໃຫ້ເກີນ 33 ພັນຕື້ກວ່າກີບ ໃນນີ້, ລາຍຈ່າຍບໍລິຫານປົກກະຕິເກືອບ 22 ພັນກວ່າຕື້ກີບ ແລະ ລາຍຈ່າຍການລົງທຶນຂອງລັດ 11 ພັນຕື້ກວ່າກີບ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາຈາກ: Lao National Radio

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...