Homeຂ່າວທ້ອງຖິ່ນລັດຖະບານ ຄາດຄະເນ 3 ຂະແໜງການຂະຫຍາຍຕົວຫຼຸດແຜນການ

ລັດຖະບານ ຄາດຄະເນ 3 ຂະແໜງການຂະຫຍາຍຕົວຫຼຸດແຜນການ

Published on

ລັດຖະບານ​ລາຍ​ງານການຂະຫຍາຍຕົວໃນ 3 ຂະແໜງການຂອງປະເທດລາວ ໃນວັນທີ 20 ພະຈິກ 2018 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວ່າປີນີ້ຫຼຸດແຜນການທີ່ວາງໄວ້ຄື: ຂະແໜງກະສິກໍາ ​ຄາດຄະເນວ່າຈະມີອັດຕາການ​​ເຕີບ​ໂຕຫຼຸດແຜນການທີ່ວາງໄວ້ ໂດຍບັນລຸພຽງ 2,5% (ແຜນການ 2,8%), ຂະແໜງອຸດສາຫະກໍາ ຄາດວ່າຈະເພີ່ມ ຂຶ້ນ 7,7% ແຕ່ຍັງຫຼຸດແຜນການ 1,4%, ຂະແໜງບໍລິການຄາດວ່າຈະ​​ເພີ່ມ​ຂຶ້ນ​ຈາກ 4,4% ໃນປີ 2017 ​ມາ​ເປັນ 7,6% ໃນປີ 2018 ເຊິ່ງສູງກ່ວາແຜນການທີ່ວາງໄວ້ (6,4%).

ບົດລາຍງານ​ຂອງ​​ ລັດຖະບານ ຊີ້​ໃຫ້​ເຫັນ​ວ່າ: ສະພາບການຜະລິດ ຂອງຂະແໜງການເສດຖະກິດ ແລະ ບໍລິການ ພາຍໃນປະເທດໃນ​ປີ​ນີ້ ສະເພາະຂະແໜງກະສິກໍາ ​ແລະ ​ປ່າ​ໄມ້ ​ຄາດຄະເນວ່າຈະມີອັດຕາການ​​ເຕີບ​ໂຕຫຼຸດແຜນການທີ່ວາງໄວ້ ເຊິ່ງຈະບັນລຸພຽງ 2,5% (ແຜນການ 2,8%) ຍ້ອນ​ຜົນ​ກະທົບ​ຈາກໄພ​ທຳ​ມະ​ຊາດ​ ເຮັດໃຫ້ເກີດມີສະພາບນໍ້າຖ້ວມເນື້ອ​ທີ່​ການ​ຜະລິດຢູ່ 16 ​ແຂວງ. ຄາດໝາຍທາງດ້ານກະສິກໍາ ຄາດວ່າຈະບໍ່ບັນລຸໄດ້ຕາມແຜນເປັນຕົ້ນ ​ຜົນ​ຜະລິດ​ເຂົ້າລວມທັງໝົດບັນລຸໄດ້ 3,6 ລ້ານໂຕນ ເທົ່າກັບ 86% ຂອງແຜນການ (ມະຕິສະພາ 4,2 ລ້ານໂຕນ).

ຂະແໜງອຸດສາຫະກໍາ ຄາດວ່າຈະເພີ່ມຂຶ້ນ 7,7% ເຊິ່ງຍັງຫຼຸດແຜນການທີ່ວາງໄວ້ 1,4% (ມະຕິສະພາ 9,1%) ຍ້ອນຜົນກະທົບຈາກປັດໄຈພາຍນອກ ໂດຍສະເພາະລາຄາແຮ່ທາດ ແລະ ໄຟຟ້າທີ່ຍັງບໍ່ປັບໂຕດີຂຶ້ນ, ສິນຄ້າສົ່ງອອກບໍ່ທັນເພີ່ມຂຶ້ນເທົ່າທີ່ຄວນ. ການ​ຜະລິດ​ກະ​ແສ​ໄຟຟ້າຄາດວ່າ ເພີ່ມຂຶ້ນປະມານ 7,5% ​ໃນ​ປີ 2018, ​ແຕ່ຂະ​ແໜງ​ບໍ່​ແຮ່​​ ຍັງ​ສືບຕໍ່ຕິດລົບ ​0,3% (ປີຜ່ານມາຕິດລົບ 4,3%), ສ່ວນການ​ກໍ່ສ້າງ ເພີ່ມຂຶ້ນ 21,9% ຍ້ອນ​ການຈັດຕັ້ງປະຕິບັດໂຄງການໃຫ່ຍຈໍານວນໜຶ່ງມີຄວາມຄືບໜ້າດີ. ໃນນັ້ນ, ໂຄງການກໍ່ສ້າງທາງ​ລົດ​ໄຟ ລາວ–ຈີນ ປະຕິບັດໄດ້ 41%, ນອກນັ້ນ, ​ອຸດສາຫະກຳ​ປຸງ​ແຕ່ງຍັງ​ສືບຕໍ່ຂະຫຍາຍໂຕດີ (6,9%) ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນເຊໂນ, ນະຄອນຫລວງວຽງຈັນ ແລະ ຈຳປາສັກ.

ທ່ານ ສົມ​ດີ ດວງ​ດີ, ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຂະແໜງບໍລິການຄາດວ່າຈະ​​ເພີ່ມ​ຂຶ້ນ​ຈາກ 4,4% ໃນປີ 2017 ​ມາ​ເປັນ 7,6% ໃນປີ 2018 ເຊິ່ງສູງກ່ວາແຜນການທີ່ວາງໄວ້ (6,4%). ການຈໍລະຈອນສິນຄ້າ ປະຕິບັດໄດ້ 28.459 ຕື້ກີບ ເທົ່າກັບ 49,6% ຂອງແຜນການ (ມະຕິສະພາ 57.386 ຕື້ກີບ), ຂະແໜງຂາຍຍົກ-ຂາຍຍ່ອຍຄາດວ່າຂະຫຍາຍຕົວເພີ່ມ11,1%, ​ສ່ວນ​ຂະແໜງການຂົນສົ່ງ ແລະ ບໍລິການທີ່ພັກອາໄສ ແລະ ອາຫານ ທີ່ຕິດພັນກັບວຽກງານທ່ອງທ່ຽວເພີ່ມຂຶ້ນພຽງເລັກໜ້ອຍ. ການເປີດປີທ່ອງທ່ຽວ 2018 ບໍ່ສາມາດລະດົມນັກທ່ອງທ່ຽວເຂົ້າມາໄດ້ຕາມແຜນ 6 ເດືອນ​ມີຫລາຍ​ກວ່າ 2 ລ້ານເທື່ອຄົນ, 9 ເດືອນ​ມີ​ 3 ລ້ານເທື່ອ​ຄົນ ແລະ ຄາດ​ວ່າ​ໝົດ​ປີ​ຈະ​ບັນລຸ 4 ລ້ານ​ເທື່ອ​ຄົນ (ແຜນການ 5 ລ້ານເທື່ອຄົນ).

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...