spot_img
Homeຂ່າວທ້ອງຖິ່ນເສດຖະກິດຫຼຸດລົງ ແຕ່ລາຍໄດ້ແຫ່ງຊາດລື່ນແຜນ

ເສດຖະກິດຫຼຸດລົງ ແຕ່ລາຍໄດ້ແຫ່ງຊາດລື່ນແຜນ

Published on

ເຖິງວ່າ ລັດຖະບານ ໄດ້ສຸມໃສ່ໃນການຊຸກຍູ້ເສດຖະກິດ, ປະຕິບັດຕາມມາດຕະການຕ່າງໆ ເພື່ອສົ່ງເສີມການຜະລິດ ແລະ ບໍລິການພາຍໃນປະເທດ ແຕ່ເກີດຄວາມຫຍຸ້ງຍາກຂອງເສດຖະກິດມະຫາພາກທີ່ສະສົມຄື ບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດ, ການຂາດດຸນການຄ້າ, ຖານລາຍຮັບບໍ່ແນ່ນອນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP) ຫຼຸດລົງ ຈາກ 7% ມາເປັນ 6,5% ແຕ່ສະເລ່ຍຕໍ່ຫົວຄົນໜົດປີໄດ້ລື່ນແຜນການ ສ່ວນລາຍຮັບແຫ່ງຊາດເພື່ມຂຶ້ນ. ລັດຖະບານຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໜົດປີໃຫ້ບັນລຸ 25.496 ຕື້ກີບເທົ່າກັບ 100,17% ຂອງແຜນການທີ່ສະພາຮອງຮັບ.

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ພະຈິກ 2018 ວ່າ: ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕົ້ນຕໍ ທາງດ້ານເສດຖະກິດທີ່ລັດຖະບານໄດ້ນໍາສະເໜີຕໍ່ສະພາແຫ່ງຊາດໃນເດືອນ ມີຖຸນາ ຜ່ານມາຄື 8 ມາດຕະການໃນການຊຸກຍູ້ເສດຖະກິດ, ສືບຕໍ່ປະຕິບັດບັນດາມາດຕະຖານຕ່າງໆ ດ້ວຍຄວາມຮັບຜິດຊອບສູງເພື່ອສົ່ງເສີມການຜະລິດ ແລະ ການບໍລິການພາຍໃນປະເທດ ແຕ່ຍ້ອນສະພາບຄວາມຫຍຸ້ງຍາກຂອງເສດຖະກິດມະຫາພາກທີ່ສະສົມເປັນຕົ້ນ ບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດ, ການຂາດດຸນການຄ້າ, ຖານລາຍຮັບບໍ່ແນ່ນອນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ(GDP) ຢູ່ໃນລະດັບ 6,5% ຫຼຸດຄາດໝາຍທີ່ສະພາຮອງຮັບ 0,5% ແຕ່ສະເລ່ຍຕໍ່ຫົວຄົນໜົດປີຈະບັນລຸໄດ້ 2.599 ໂດລາລື່ນແຜນ 63 ໂດລາ (ສະພາຮອງຮັບ 2.536), ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) 2.209 ໂດລາລື່ນແຜນ 205 ໂດລາ (ສະພາຮອງຮັບ 2.004) ສ່ວນການລົງທຶນຂອງລັດປະຕິບັດໄດ້ 3.281 ໂຄງການ ມູນຄ່າ 2.378 ຕື້ກີບເທົ່າກັບ 51,7% ຂອງແຜນການ.

ພ້ອມນັ້ນ, ລັດຖະບານ ໄດ້ສຸມໃສ່ການຊຳລະຜ່ານລະບົບທະນາຄານ ເຊິ່ງເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ການລະເມີດວິໄນການເງິນທີ່ທີຫຼຸດລົງຢ່າງຊັດເຈນ ເນື່ອງຈາກປະຊາຊົນຢູ່ເຂດທ້ອງຖິ່ນຍັງບໍ່ສາມາດເຂົ້າເຖິງໄດ້  ຕາມການຕີລາຄາຂອງຂະແໜງການໃນຜ່ານມາ ການເກັບລາຍຮັບບໍ່ບັນລຸຕາມແຜນການປະມານ 4-5% ແຕ່ລັດຖະບານໄດ້ຕັດສິນໃຈສູ້ຊົນ ແລະ ມີມາດຕະການຊຸກຍູ້ດ້ວຍຫຼາຍວິທີ ເຮັດໃຫ້ລາຍຮັບໜົດປີບັນລຸ 25.496 ຕື້ກີບເທົ່າກັບ 100,17% ຂອງແຜນການ, ດ້ານລາຍຈ່າຍຈະຢູ່ໃນລະດັບປະມານ 32.692 ຕື້ກີບເທົ່າກັບ99,64% ຂອງແຜນການ.

ນອກຈາກນັ້ນ, ລັດຖະບານຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດຕາມຄໍາສັ່ງເລກທີ 12/ນຍ ເປັນຕົ້ນ ມາດຕະການຕ້ານໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ການປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດ, ການສືບຕໍ່ແກ້ໄຂໜີ້ສິນພາຍໃນ, ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ,  ການພັດທະນາ SME ແລະ ການສົ່ງເສີມການຜະລິດ, ການປັບປຸງໂຄງສ້າງການລົງທຶນ, ການຄຸ້ມຄອງທີ່ດິນ ແລະ ການເກັບລາຍຮັບຈາກທີ່ດິນ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...