spot_img
Homeຂ່າວທ້ອງຖິ່ນຊີ້ແຈງ! ການປ່ຽນໃບຂັບຂີ່ທີ່ບໍ່ມີພາສາອັງກິດ ແລ້ວຢູ່ຕ່າງແຂວງຈະເຮັດແນວໃດ?

ຊີ້ແຈງ! ການປ່ຽນໃບຂັບຂີ່ທີ່ບໍ່ມີພາສາອັງກິດ ແລ້ວຢູ່ຕ່າງແຂວງຈະເຮັດແນວໃດ?

Published on

ຈາກກໍລະນີ, ມີຂ່າວ ” ໃບຂັບຂີ່ລາວບໍ່ສາມາດເດີນທາງໄປຍັງບັນດາປະເທດສະມາຊິກອາຊຽນໄດ້ ຍ້ອນບໍ່ມີພາສາອັງກິດ ” ໃນຊ່ວງຕົ້ນເດືອນ ພະຈິກ, ຕໍ່ມາກອງຄຸ້ມຄອງພາຫະນະການຂັບຂີ່ ໄດ້ເປີດບໍລິການປ່ຽນໃບຂັບຂີ່ທີ່ກໍາລັງໝົດອາຍຸ ຫຼື ບໍ່ມີພາສາອັງກິດ ທີ່ສູນການຄ້າລາວ–ໄອເຕັກ ໂດຍເລີ່ມແຕ່ 16-25 ພະຈິກ 2018.

ໃນວັນທີ 20 ພະຈິກ 2018 ທີມງານ ລາວໂພສ ໄດ້ຕິດຕໍ່ໄປຫາກົມຂົ່ນສົ່ງ ໃຫ້ຮູ້ເຖີງລາຍລະອຽດກໍລະນີການຕໍ່ໃບຂັບຂີ່ຕ່າງແຂວງ ທີ່ຂັ້ນແຂວງອອກໃບຂັບຂີ່ໃຫ້ ແລະ ໄດ້ຄຳຕອບວ່າ ໃບຂັບຂີ່ຕ່າງແຂວງຈະບໍ່ສາມາດໄປຕໍ່ໃນແຂວງອື່ນໄດ້ ເຊັ່ນ: ທ້າວ ກ ຂຶ້ນຊື່ຢູ່ທີ່ຫຼວງພະບາງ ເມື່ອໃບຂັບຂີ່ໝົດອາຍຸຈະຕໍ່ໄດ້ສະເພາະຢູ່ຫຼວງພະບາງເທົ່ານັ້ນ. ໃນກໍລະນີທີ່ໃບຂັບຂີ່ບໍ່ມີພາສາອັງກິດ ອາດຍ້ອນຄວາມຜິດພາດໃນການປະກອບຂໍ້ມູນໃສ່ເອກະສານ ດັ່ງນັ້ນ, ເພື່ອບໍ່ໃຫ້ເກີດບັນຫາຕາມມາ ຄວນມີການກະກຽມຂໍ້ມູນຂອງຕົນใຫ້ຖືກຕ້ອງ ໂດຍສະເພາະຊື່ຕ້ອງໃຫ້ກົງກັບພາສສະປອດ. ປັດຈຸບັນ, ກອງຄຸ້ມຄອງພາຫະນະການຂັບຂີ່ໄດ້ເປີດບໍລິການປ່ຽນໃບຂັບຂີ່ທີ່ກໍາລັງໝົດອາຍຸ ຫຼື ບໍ່ມີພາສາອັງກິດ ທີ່ສູນການຄ້າລາວ–ໄອເຕັກ ຖ້າໄດ້ຮັບຜົນດີກໍອາດຈະມີແຜນໃຫ້ພະນັກງານຂັ້ນແຂວງ ລົງພື້ນທີ່ເປີດໃຫ້ບໍລິການໃນແຂວງນັ້ນໆ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກົມຂົນສົ່ງ ກະຊວງໂຍທາທິການ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...