spot_img
Homeຂ່າວທ້ອງຖິ່ນຄໍາມ່ວນ ຮື້ຖອນໂຮງງານໄມ້ 6 ແຫ່ງ ແລະ ຈະພິລະນາຮື້ອີກ 27 ແຫ່ງ

ຄໍາມ່ວນ ຮື້ຖອນໂຮງງານໄມ້ 6 ແຫ່ງ ແລະ ຈະພິລະນາຮື້ອີກ 27 ແຫ່ງ

Published on

ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຄຳມ່ວນ ຮື້ຖອນໂຮງງານປຸງແຕ່ງໄມ້ຖາວອນ 6 ແຫ່ງ ທີ່ບໍ່ໄດ້ມາດຕະຖານ ຈາກທັງໝົດ 71 ແຫ່ງໃນແຂວງ; ປັດຈຸບັນ, ກໍາລັງຄົ້ນຄວ້າພິຈາລະນາຕື່ມອີກ 27 ແຫ່ງ ໂດຍຈະໄດ້ອີງໃສ່ເງື່ອນໄຂມາດຕະຖານ ແລະ ລະບຽບການທີ່ກໍານົດໄວ້ ຄາດຄະເນວ່າຈະຮູ້ຜົນແນ່ນອນໃນທ້າຍເດືອນພະຈິກ 2018.

ທ່ານ ວົງຊະນະໄຊ ໄຊຍະກຸມມານ, ຮັກສາການຫົວໜ້າຂະແໜງອຸດສາຫະກໍາ ແລະ ຫັດຖະກໍາລາຍງານຕໍ່ກອງປະຊຸມສະຫຼຸບຜົນການດັດສົມໂຮງງານປຸງແຕ່ງໄມ້ທົ່ວແຂວງ ໃນວັນທີ 9 ພະຈິກ 2018 ຜ່ານມາວ່າ : ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ໃນເມື່ອກ່ອນທົ່ວແຂວງມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີຈໍານວນ 77 ແຫ່ງ ໄດ້ມີການຮື້ຖອນຈໍານວນ 6 ແຫ່ງ. ປັດຈຸບັນ, ທົ່ວແຂວງຍັງເຫຼືອ 71 ແຫ່ງ. ກ່ອນໜ້ານີ້, ວັນທີ 3-7 ພະຈິກ 2018 ຄະນະສະເພາະກິດຂອງແຂວງໄດ້ສືບຕໍ່ລົງກວດກາ ແລະ ດັດສົມໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ຈໍານວນ 71 ແຫ່ງ ໂດຍມີເປົ້າໝາຍເນັ້ນໃສ່ມາດຕະຖານເຕັກນິກຂອງໂຮງງານ, ວັດຖຸດິບທີ່ມີຢູ່, ການຊໍາລະອາກອນ, ຈຸດທີ່ຕັ້ງຕົວຈິງ (ທີ່ຕັ້ງຢູ່ໃນຂອບເຂດ 3 ປະເພດປ່າ), ການດໍາເນີນກິດຈະການທີ່ຜິດກົດໝາຍ.

ນອກຈາກນັ້ນ, ທາງຄະນະສະເພາະກິດຂອງແຂວງ ຍັງໄດ້ສືບຕໍ່ຄົ້ນຄວ້າພິຈາລະນາວ່າໃນຈໍານວນໂຮງງານ 27 ແຫ່ງ ທີ່ໄດ້ລົງກວດກາຕົວຈິງນັ້ນຈະມີໂຮງງານໃດແດ່ທີ່ສົມຄວນຍຸບເລີກ ແລະ ຍຸດຕິການເຄື່ອນໄຫວກິດຈະການເປັນການຖາວອນ ເຊິ່ງຈະໄດ້ອີງໃສ່ເງື່ອນໄຂມາດຕະຖານ ແລະ ລະບຽບການທີ່ກໍານົດໄວ້ ຄາດຄະເນວ່າທ້າຍເດືອນພະຈິກ 2018 ຈະຮູ້ຜົນແນ່ນອນ.

ໃນຈໍານວນ 77 ໃນນັ້ນໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ທີ່ຕັ້ງຢູ່ນອກເຂດນອກ 3 ແຫ່ງ, ປະເພດປ່າມີ 37 ແຫ່ງ ແລະ ອີກ 3 ແຫ່ງຕັ້ງຢູ່ໃນ 3 ປະເພດປ່າຄື: ປ່າຜະລິດ 11 ແຫ່ງ, ປ່າປ້ອງກັນ 9 ແຫ່ງ ແລະ 14 ແຫ່ງແມ່ນໂຮງານທີ່ຕັ້ງຢູ່ໃນເຂດປ່າສະຫງວນ. ປັດຈຸບັນ, ເຫຼືອ 71 ແຫ່ງ ໃນນັ້ນ, ຢູ່ມີເມືອງທ່າແຂກ 7 ແຫ່ງ, ຫີນບູນ 2 ແຫ່ງ, ມະຫາໄຊ 4 ແຫ່ງ, ບົວລະພາ 6 ແຫ່ງ ແລະ ເມືອງໄຊບົວທອງ 8 ແຫ່ງ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: sommaipmc.wordpress.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...