spot_img
Homeຂ່າວທ້ອງຖິ່ນເຈົ້າເມືອງວັງວຽງ ຊີ້ແຈ້ງສາເຫດທີ່ນໍ້າຊອງກາຍເປັນສີດຳ

ເຈົ້າເມືອງວັງວຽງ ຊີ້ແຈ້ງສາເຫດທີ່ນໍ້າຊອງກາຍເປັນສີດຳ

Published on

ເຈົ້າເມືອງວັງວຽງ ຊີ້ແຈ້ງກ່ຽວກັບເຫດການທີ່ນໍ້າຊອງຂຸ້ນເປັນສີດໍາຕັ້ງແຕ່ວັນທີ 10 ພະຈິກ 2018 ເປັນຕົ້ນມາ ຍ້ອນການເຈາະອຸໂມງເສັ້ນທາງລົດໄຟລາວ-ຈີນ ເຂດບ້ານຜາຕັ້ງທີ່ເປັນດິນດໍາ ຫຼື ດິນຂີ້ຖ່ານໄຟ ເຮັດໃຫ້ນໍ້າໃຕ້ດິນທະລຸອອກມາແລ້ວໄຫຼລົງສູ່ນໍ້າຊອງ ເພາະໂຄງການບໍ່ໄດ້ສ້າງບໍ່ບໍາບັດນໍ້າເປື້ອນ. ປັດຈຸບັນ, ຍັງບໍ່ມີບັນຫາປາຕາຍ ແລະ ບໍ່ມີຜົນກະທົບຕ່າງໆກັບນໍ້າຊອງແຕ່ຢ່າງໃດ ສ່ວນນັກທ່ອງທ່ຽວຍັງສາມາດທ່ອງທ່ຽວຕາມນໍ້າຊອງໄດ້ປົກກະຕິ.

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ການສໍາພາດຜ່ານວິທະຍຸກະຈາຍສຽງແຫ່ງຊາດວ່າ: ເຫດການນໍ້າຊອງຂຸ້ນເປັນສີດໍານັ້ນ ແມ່ນເນື່ອງມາຈາກໂຄງການກໍ່ສ້າງທາງລົງໄຟລາວ-ຈີນ ໄດ້ເຈາະອຸມົງຢູ່ບ້ານ ຜາຕັ້ງທາງດ້ານເໜືອຂອງຜາຕັ້ງ ໄດ້ພົບກັບບັນຫານໍ້າໃຕ້ດິນທະລຸອອກມາ ເຮັດໃຫ້ນໍ້າໄຫຼອອກຈາກອຸມົງລົງສູ່ແມ່ນໍ້າຊອງ ດິນທີ່ເຈາະອອກມາເປັນດິນປະເພດດິນດໍາ ແຕ່ຢູ່ທີ່ນັ້ນມີສອງຟາກ ພວກເຂົາໄດ້ເຈາະອຸມົງໄປທາງເໜືອ ແລະ ຂ້າມນໍ້າຊອງເຈາະອຸມົງໄປທາງໃຕ້, ທາງບໍລິສັດກໍ່ສ້າງບໍ່ບໍາບັດນໍ້າເສຍພຽງແຕ່ທາງໃຕ້ເທົ່ານັ້ນ ເພື່ອຮອງຮັບນໍ້າເສຍຈາກການເຈາະອຸມົງດັ່ງກ່າວນັ້ນ ແຕ່ບໍ່ໄດ້ສ້າງບໍ່ບໍາບັດນໍ້າໃນທາງເໜືອ ຈິ່ງເຮັດໃຫ້ນໍ້າໃຕ້ດິນທະລຸອອກມາ ແລະ ເຮັດໃຫ້ນໍ້າຊອງຂຸ້ນເປັນສີດຳ.

ຕໍ່ກັບບັນຫາດັ່ງກ່າວ, ທາງຄະນະນໍາຂັ້ນເມືອງກໍໄດ້ຮັບຊາບ ແລະ ແຕ່ງຕັ້ງພະນັກງານວິຊາການ ແລະ ຜູ້ຮັບຜິດຊອບໂຄງການດັ່ງກ່າວໃນຂັ້ນເມືອງ ພ້ອມຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ລົງກວດກາເບິ່ງພື້ນທີ່ຕົວຈິງ ເຫັນວ່າຍັງບໍ່ມີສິ່ງຜິດປົກກະຕິ ຫຼື ຍັງບໍ່ເຫັນມີປາຕາຍ ແລະ ສົ່ງຜົນກະທົບອັນຮ້າຍແຮງຕໍ່ກັບນໍ້າຊອງນັ້ນ ການທ່ຽວຫຼິ້ນຂອງນັກທ່ອງທ່ຽວກໍຍັງຖືໄດ້ວ່າເປັນປົກກະຕິ.

ເພື່ອໃຫ້ເກີດຄວາມເຊື່ອໃຈແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປະຊາຊົນທີ່ອາໄສຢູ່ລຸ່ມແມ່ນໍ້າຊອງ ວ່າບັນຫາທີ່ຈະເກີດຂຶ້ນຈະມີຜົນກະທົບຕໍ່ກັບສັດ ແລະ ປະຊາຊົນທີ່ອາໄສຢູ່ຕອນລຸ່ມຂອງແມ່ນໍ້າຊອງ ອົງການປົກຄອງເມືອງວັງວຽງໄດ້ເຮັດບົດລາຍງານເຖິງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ເພື່ອໄປກວດກາວັດແທກກ່ຽວກັບບັນຫາດັ່ງກ່າວ; ສິ່ງສໍາຄັນຢາກຮູ້ວ່າມັນຈະສົ່ງຜົນກະທົບຕໍ່ກັບສິ່ງແວດລ້ອມແທ້ບໍ່ ຫຼື ຈະໄດ້ມາດຕະຖານທີ່ຈະປ່ອຍລົງສູ່ແມ່ນໍ້າໄດ້ບໍ່ ເຊິ່ງຄາດວ່າໜ່ວຍງານທີ່ກ່ຽວຂ້ອງຂອງພະແນກດັ່ງກ່າວຈະລົງໄປກວດຄືນອີກເທື່ອໜຶ່ງໃນໄວໆນີ້.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...