spot_img
Homeຂ່າວທ້ອງຖິ່ນເຂົ້າໄກ່ນ້ອຍຫົວພັນ ມີໃບຢັ້ງຢືນເປັນທາງການແລ້ວ

ເຂົ້າໄກ່ນ້ອຍຫົວພັນ ມີໃບຢັ້ງຢືນເປັນທາງການແລ້ວ

Published on

ແຂວງຫົວພັນ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຢ່າງເປັນທາງການ ໃນວັນທີ ວັນທີ 13 ພະຈິກ 2018 ພາຍຫຼັງທີ່ໄດ້ຈົດທະບຽນຂຶ້ນເປັນຖິ່ນກຳເນີດເຂົ້າໄກ່ນ້ອຍໃນຕົ້ນປີ 2016 ເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ໃຫ້ເປັນທີ່ຮູ້ຈັກຂອງຄົນທົ່ວໂລກຢ່າງກວ້າງຂວາງ ທັງປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ແລະ ຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍລາວໄວ້ຕະຫຼອດໄປ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງ ຫົວພັນ ຈັດພີທີມອບໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ໃຫ້ແກ່ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍຫົວພັນ ເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ທັງປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບຸລຸດຫຼາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ: “ເຂົ້າໄກ່ນ້ອຍ ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ”. ນອກຈາກນັ້ນ, ຍັງເປັນການຊ່ວຍຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້. ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ໄດ້ເລີ່ມແຕ່ໃນຕົ້ນປີ 2016 ໂດຍມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ປະກອບມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດ.

ຫຼັງຈາກ, ຈົດທະບຽນ ແລະ ມອບ-ຮັບໃບຢັ້ງຢືນແລ້ວ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນພາຍໃນ ຫຼື ສາກົນ. ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນທ້ອງຕະຫຼາດຈະຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງຈາກກົມຊັບສິນທາງປັນຍາ ກະຊວງວິທະຍາສາດ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຂ່າວສານປະເທດລາວ

ຮູບພາບຈາກ: hmongupdate.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...