spot_img
Homeຂ່າວທ້ອງຖິ່ນຜູ້ນຳອາຊຽນຮັບເອົາ 7 ເອກະສານ ໃນກອງປະຊູມສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 33

ຜູ້ນຳອາຊຽນຮັບເອົາ 7 ເອກະສານ ໃນກອງປະຊູມສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 33

Published on

ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 33 ແລະ ບັນ­ດາ​ກອງ​ປະ­ຊຸມ​ສຸດ​ຍອດ​ອື່ນໆ​ທີ່​ກ່ຽວ­ຂ້ອງ ຈັດ​ຂຶ້ນ​ວັນ​ທີ 13 ພະ­ຈິກ 2018 ທີ່​ປະ­ເທດ​ສິງ­ກະ­ໂປ (ປະ­ທານ​ອາ​ຊຽນ​ປີ 2018) ພາຍ​ໃຕ້​ຄຳ​ຂວັນ: “ສ້າງ​ປະ­ຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມ­ແຂງ ແລະ ທັນ​ສະ­ໄໝ” ກອງປະຊຸມດັ່ງກ່າວ, ຜູ້­ນຳ​ອາ​ຊຽນ​ຍັງໄດ້ຮັບ­ຮອງ​ເອົາ 7 ເອ­ກະ­ສານ​ສຳ­ຄັນ​ ແລະ ຈະສືບຕໍ່ດຳເນີນກອງປະຊຸມໄປຈົນສຳເລັດ.

ກອງ​ປະ­ຊຸມ​ສຸດ​ຍອດ​ຄັ້ງ​ນີ້, ​ໄດ້​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວກັບບັນ­ຫາ​ໃນພາກ​ພື້ນ ແລະ ສາ­ກົນ​ທີ່​ພົ້ນ​ເດັ່ນເປັນ­ຕົ້ນ ສະ­ພາບ​ການ​ຢູ່​ຕາ­ເວັນ​ອອກ​ກາງ ແຫຼມ​ເກົາ­ຫຼີ ແລະ ອື່ນໆ ເຊິ່ງ​ໂດຍ​ລວມ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ໄປ​ໃນ​ທາງ​ບວກ ອັນ​ເປັນ​ທ່ວງ​ທ່າ​ທີ່​ດີ​ຕໍ່​ການ​ສ້າງ​ສັນ­ຕິ­ພາບ ແລະ ສະ­ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ພ້ອມ​ນັ້ນ ຍັງ​ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຖະ­ແຫຼງ­ການ​ແຫ່ງ​ການ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ໃນ​ທະ­ເລ​ຈີນ​ໃຕ້ ລວມ​ທັງການ​ປຶກ­ສາ​ຫາ­ລື​ຮ່າງ ​ກົດ​ແຫ່ງ​ການ​ປະ­ພຶດ​ທີ່​ໄດ້​ເລີ່ມ​ເຈລະ­ຈາ​ຕັ້ງ­ແຕ່​ຕົ້ນ​ປີ 2018. ໃນ​​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 33 ຜູ້­ນຳ​ອາ​ຊຽນ​ໄດ້​ຮັບ­ຮອງ​ເອົາ 7 ເອ­ກະ­ສານ​ສຳ­ຄັນ​ຄື:

  1. ເອ­ກະ­ສານ​ແຜນ​ວຽກ​ເຄືອ​ຂ່າຍ​ເມືອງ​ອັດ​ສະ​ລິ​ຍະ​ອາ​ຊຽນ ເຊິ່ງ​ເປັນ​ບຸູລິ­ມະ­ສິດ​ຂອງ​ສິງ­ກະ­ໂປ​ໃນ​ນາມ​ປະ­ທານ ປີ 2018;
  2. ລະ­ບຽບ​ການ​ວ່າ​ດ້ວຍ​ການ​ຊ່ວຍ­ເຫຼືອ​ດ້ານ​ກົງ­ສູນ​ແກ່​ພົນ­ລະ­ເມືອງ​ອາ​ຊຽນ​ຢູ່​ປະ­ເທດ​ທີ​ສາມ;
  3. ແຜນ​ແມ່​ບົດ​ສົ່ງ­ເສີມ​ອາ​ຊຽນ 2025 ການ​ສົ່ງ­ເສີມ​ສິດ­ທິ​ຂອງ​ຄົນ​ພິ­ການ;
  4. ການ​ຮັບ­ຮອງ​ເອົາ​ວັນ​ຊາວ​ໜຸ່ມ​ອາ​ຊຽນ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ຫາ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ແລະ ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ໄພ­ພິ­ບັດ;
  5. ​ການ​ສົ່ງ­ເສີມ​ອາ­ຊີບ​ສີ­ຂຽວ ເພື່ອ​ຄວາມ​ສະ­ເໝີ­ພາບ ແລະ ການ​ເຕີບ​ໂຕ​ແບບ​ມີ​ສ່ວນ​ຮ່ວມ​ຂອງ​ປະ­ຊາ​ຄົມ​ອາ​ຊຽນ;
  6. ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ລັດ​ພາ­ຄີ​ຕໍ່​ສັນ­ຍາ ສປຊ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ຄັ້ງ​ທີ 24;
  7. ການ​ຮ່ວມ​ອາ​ຊຽນ​ຕໍ່​ກອງ​ປະ­ຊຸມ​ລັດ​ພາ­ຄີ​ຂອງ​ສົນ­ທິ­ສັນ­ຍາວ່າ​ດ້ວຍ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊີ­ວະ​ນາໆພັນ ຄັ້ງ​ທີ 14.

ໃນ​ວັນ​ທີ 14-15 ພະ­ຈິກ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມຄະ­ນະ​ຈະ​ສືບ­ຕໍ່​​ເຂົ້າ​ຮ່ວມ​ບັນ­ດາ​ກອງ​ປະ­ຊຸມ​ສຸດ​ຍອດ​ທີ່​ກ່ຽວ­ຂ້ອງຄື:

  • ງານ​ລ້ຽງ​ອາ­ຫານ​ເຊົ້າ​ຂອງ​ຜູ້­ນຳ​ອາ​ຊຽນ-ອົດ​ສະ​ຕຣາ​ລີ;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ ຄັ້ງ​ທີ 21;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ- ສ.ເກົາ­ຫຼີ ຄັ້ງ​ທີ 20;
  • ງານ​ລ້ຽງ​ອາ­ຫານ​ທ່ຽງ​ແບບ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້­ນຳ​ອາ​ຊຽນ ແລະ ແຂກ​ຂອງ​ປະທານ;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ-ຣັດ​ເຊຍ ຄັ້ງ​ທີ 3;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ-ຍີ່­ປຸ່ນ ຄັ້ງ​ທີ 21;
  • ກອງ​ປະ­ຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ເສດ­ຖະ­ກິດ​ຮອບ­ດ້ານ​ລະ­ດັບ​ພາກ​ພື້ນ ຄັ້ງ​ທີ 2;
  • ງານ​ລ້ຽງ​ອາ­ຫານ​ເຊົ້າ​ແບບ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້­ນຳ​ອາ​ຊຽນ-ອິນ​ເດຍ;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ-ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄັ້ງ​ທີ 6;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ​ບວກ​ສາມ ຄັ້ງ​ທີ 21;
  • ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ​ຕາ­ເວັນ​ອອກ​ແບບ​ວົງ​ແຄບ ແລະ ແບບ​ຄົບ​ຄະ­ນະ​ຕື່ມ​ອີກ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່, ໜັງສືພິມປະຊາຊົນ

ຮູບພາບຈາກ: pcoo.gov.ph

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...