spot_img
Homeຂ່າວທ້ອງຖິ່ນມະໂຫສົດ ຈະກວດພະຍາດເຂດນອກຕະຫຼອດ 24 ຊົ່ວໂມງ

ມະໂຫສົດ ຈະກວດພະຍາດເຂດນອກຕະຫຼອດ 24 ຊົ່ວໂມງ

Published on

ໂຮງໝໍມະໂຫສົດ ຈະເປີດໃຫ້ບໍລິການກວດພະຍາດເຂດນອກຕະຫຼອດ 24 ຊົ່ວໂມງ ໃນເດືອນ ມັງກອນ 2019 ພ້ອມທັງມີການປັບປຸງຂອດການບໍລິການດ້ວຍການຫຼຸດຂັ້ນຕອນການກວດພະຍາດໃຫ້ສັ້ນລົງ ໂດຍສະເພາະການບໍລິການຫຼາຍທາງເລືອກ ໃຫ້ແກ່ຄົນເຈັບເລືອກກວດສຸຂະພາບໄດ້ກັບທຸກທ່ານໝໍທີ່ຕ້ອງການ ຖ້າໃນກໍລະນີຕ້ອງການກວດເລືອດ ກໍສາມາດເຈາະເລືອດກວດຢູ່ກັບທີ່ເລີຍ. ປັດຈຸບັນ, ໄດ້ກະກຽມສຳເລັດແລ້ວ 70% ແລະ ຈະເປີດທົດລອງໃນເດືອນ ທັນວາ 2018 ນີ້.

ທ່ານ ພິສິດ ພຸດສະຫວັດ, ຜູ້ອຳນວຍການໃຫຍ່ໂຮງໝໍມະໂຫສົດໃຫ້ການສຳພາດໃນວັນທີ 12 ພະຈິກ 2018 ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໄດ້ເຂົ້າເຖິງການກວດ ແລະ ປິ່ນປົວສຸຂະພາບໄດ້ຢ່າງທົ່ວເຖິງ ແລະ ວ່ອງໄວທັນໃຈ ຈຶ່ງໄດ້ຫັນປ່ຽນຈາກການກວດເຂດພາຍນອກທີ່ເປີດສະເພາະແຕ່ໂມງລັດຖະການ ມາເປັນການບໍລິການກວດສຸຂະພາບຕະຫຼອດ 24 ຊົ່ວໂມງ ໃນທຸກໆວັນ. ປັດຈຸບັນ, ກະກຽມສຳເລັດແລ້ວ 70% ຄາດວ່າເດືອນ ທັນວາ 2018 ຈະສາມາດເປີດທົດລອງ ແລະ ເດືອນ ມັງກອນ 2019 ຈະເປີດໃຫ້ບໍລິການຢ່າງເຕັມຮູບແບບ ພ້ອມທັງເປີດບໍລິການທາງເລືອກໃຫ້ຄົນເຈັບ ສາມາດເລືອກກວດສຸຂະພາບໄດ້ກັບທຸກທ່ານໝໍ ທີ່ຄົນເຈັບຕ້ອງການຕື່ມອີກ.

ນອກຈາກນັ້ນ, ໄດ້ຂະຫຍາຍຫ້ອງກວດພະຍາດທັງໝົດ 21 ຫ້ອງ ທັງປັບປຸງໃຫ້ມີຄວາມວ່ອງໄວ ໂດຍໄດ້ຫຼຸດຜ່ອນຂັ້ນຕອນການກວດພະຍາດສັ້ນລົງເປັນຕົ້ນ: ແຕ່ລະຫ້ອງກວດຈະມີແພດຊ່ຽວຊານກັບພະຍາບານປະຈຳຢູ່  ຖ້າໃນກໍລະນີຕ້ອງການກວດເລືອດກໍສາມາດເຈາະເລືອດກວດໄດ້ກັບທີ່. ເວົ້າລວມໃນການປັບຂອດການບໍລິການຄັ້ງນີ້ ເພື່ອແນ່ໃສ່ໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບ, ວ່ອງໄວປະທັບໃຈ ແລະ ອີງໃສ່ນະໂຍບາຍ 5 ດີ 1 ພໍໃຈທີ່ກະຊວງສາທາລະນະສຸກວາງອອກ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...