spot_img
Homeຂ່າວທ້ອງຖິ່ນຫ້າມໃຊ້ວັດຖຸທີ່ເປັນປລາສຕິກ ເຮັດຜາສາດເຜິ້ງ

ຫ້າມໃຊ້ວັດຖຸທີ່ເປັນປລາສຕິກ ເຮັດຜາສາດເຜິ້ງ

Published on

ເຈົ້າຄອງນະຄອນຫຼວງ ແລະ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເນັ້ນໃຫ້ປະຊາຊົນລາວບັນດາເຜົ່າ ຜູ້ທີ່ມີຈຸດປະສົງຈະເຮັດຜາສາດເຜິ້ງຂາຍ ຫຼື ແຫ່ຖວາຍພະທາດຫຼວງ ໃຫ້ໃຊ້ວັດຖຸດິບໃນການເຮັດຜາສາດເຜີ້ງຈາກທຳມະຊາດພຽງຢ່າງດຽວ.

ໃນໂອກາດບຸນນະມັດສະການພະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນວັນທີ 16-22 ພະຈິກ 2018, ທ່ານເຈົ້າຄອງນະຄອນຫຼວງ ແລະ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນໃຫ້ປະຊາຊົນລາວບັນດາເຜົ່າ ກໍຄືຊາວນະຄອນຫຼວງວຽງຈັນ ຕະຫຼອດເຖິງອົງການຈັດຕັ້ງພັກ-ລັດ, ບໍລິສັດ-ຫ້າງຮ້ານ, ຊາວຄ້າຂາຍ ແລະ ຊາວສາສະນິກະຊົນທັງຫຼາຍ ຜູ້ທີ່ຈະເຮັດຜາສາດເຜິ້ງ ເພື່ອຖວາຍພະທາດຫຼວງ ໃຫ້ພ້ອມກັນເຮັດຜາສາເຜິ້ງດ້ວຍການນຳເອົາວັດຖຸດິບຈາກທໍາມະຊາດ ມາຜະລິດເປັນຕົ້ນເຜິ້ງ ເຊັ່ນ: ໃຊ້ຕົ້ນກ້ວຍ, ໄມ້ ແລະ ອື່ນໆ ໂດຍປະສະຈາກການໃຊ້ໂຟມ ຫຼື ປລາສຕິກ, ເຫຼັກຕະປູ, ເຂັມມຸດ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ.

ສະນັ້ນ, ການເຮັດຜາສາດເຜິ້ງໃນບຸນທາດຫຼວງປີນີ້ ຕ້ອງເອົາໄມ້ສຽບດອກເຜິ້ງ ແທນເຂັມມຸດ, ເອົາກາບກ້ວຍ, ໃບຕອງມາເຮັດຮ່າງຜາສາດເຜິ້ງ ແທນໂຟມ ຫຼື ປລາສຕິກ, ໃຊ້ໄມ້ຕອກມັດໄມ້ປ່ອງເປັນເຄື່ອງຫາມຜາສາດເຜິ້ງ ແທນລວດເຫຼັກ, ໃຊ້ຂີ້ເຜິ້ງແທ້ເຮັດດອກເຜິ້ງ ແທນດອກເຜິ້ງຢາງ ແລະ ອື່ນໆ ເພື່ອເຮັດໃຫ້ມີການຍ່ອຍສະຫຼາຍໄດ້ງ່າຍ ແລະ ເນົ່າເປື່ອຍໄປຕາມທຳມະຊາດ ທັງເປັນການຫຼຸດຜ່ອນການນຳໃຊ້ປລາສຕິກ, ຕົ້ນທຶນ ແລະ ຍັງສ້າງຄວາມສວຍງາມແບບທຳມະຊາດຂອງລາວເຮົາອີກດ້ວຍ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລົງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...