spot_img
Homeຂ່າວທ້ອງຖິ່ນຄືບໜ້າຫຼາຍເຕີບ ລາວ-ຣັດເຊຍ ກວດກູ້ລະເບີດບໍ່ທັນແຕກ

ຄືບໜ້າຫຼາຍເຕີບ ລາວ-ຣັດເຊຍ ກວດກູ້ລະເບີດບໍ່ທັນແຕກ

Published on

ລາວ-ລັດເຊຍ ​ປະ­ຕິ­ບັດ​ການ​ກວດ​ກູ້ ແລະ ທຳ­ລາຍ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ ໃນກາງ​ເດືອນ ​ຕຸ­ລາ 2018 ​ໂດຍການຄົ້ນ​​ຫາ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ​ໃນ​ເນື້ອ­ທີ່​100 ເຮັກ­ຕາ ​ໃນ​ຂອບ​ເຂດ​ປ່າ​ທົ່ວ​ໄປ, ເຂດ​ປູກ­ຝັງ ແລະ ເຂດ​ທີ່­ຢູ່​ອາ­ໄສ​ບໍ່​ລວມ​ເນື້ອ­ທີ່​ສຳ­ຮອງ​ທີ່​ຈະ​ກວດ​ກູ້ ແລະ ທຳ­ລາຍ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ.

ວັນ​ທີ 7 ພະ­ຈິກ 2018, ໄດ້ເປີດກອງ​ປະ­ຊຸມ​ປະ​ເມີນ​ຜົນ​ການ​ປະ­ຕິ­ບັດ​ງານ​ຮ່ວມ​ລະ­ຫວ່າງ​ລາວ-ຣັດ​ເຊຍ ທີ່ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໂດຍຍົກໃຫ້ເຫັນໃນການປະຕິບັດວຽກງານຂອງສອງຝ່າຍທີ່ໄດ້ເລີ່ມລົງມື້ປະຕີບັດມາແຕ່ກາງເດືອນ ຕຸລາ 2018 ເປັນຕົ້ນມາ. ສປປ ລາວ ເຮັດໜ້າທີ່ໃນ​ການ​ບຸກ­ເບີກ, ອະ­ນາ­ໄມ ແລະ ຖາງ​ພື້ນ​ທີ່ ທີ່​ຈະ​ທຳ​ການ​ກວດ​ກູ້​ລະ­ເບີດ ສ່ວນ​ຣັດ​ເຊຍ ​ຮັບໜ້າທີ່​ກວດ​ຄົ້ນ​ຊອກ​ຫາ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ​ຕົວ​ຈິງໃນ​ເນື້ອ­ທີ່​ 100 ເຮັກ­ຕາ ໂດຍ​ຢູ່​ໃນ​ຂອບ​ເຂດ​ປ່າ​ທົ່ວ​ໄປ, ເຂດ​ປູກ­ຝັງ ແລະ ເຂດ​ທີ່­ຢູ່​ອາ­ໄສ​ບໍ່​ລວມ​ເນື້ອ­ທີ່​ສຳ­ຮອງ​ທີ່​ຈະ​ກວດ​ກູ້ ແລະ ທຳ­ລາຍ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ. ສາມາດກວດ​ກູ້​ສຳ­ເລັດ ແລະ ທຳ­ລາຍ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ​ໄດ້​ຈຳ­ນວນ​ໜຶ່ງ​ໃນ​ເນື້ອ­ທີ່ 10,8 ເຮັກ­ຕາ. ສຳລັບການກວດ​ກູ້ ແລະ ທຳ­ລາຍ​ລະ­ເບີດ​ທີ່​ບໍ່​ທັນ​ແຕກ​ ຍັງຈະ​ສືບຕໍ່ດຳ­ເນີນ​ໄປ​ຈົນ​ຈະ​ສຳ­ເລັດ​ຕາມ​ແຜນ­ທີ່​ວາງ​ໄວ້.

ທ່ານ ພັນໂທ ສີທະວົງ ບຸນປຣະສົງ, ຫົວໜ້າຄະນະກຳມະການຮັກສາສຸຂະພາບໃນການປະຕິບັດງານກວດກູ້ລະເບີດ ກ່າວວ່າ: ເພື່ອຮັບປະກັນສຸຂະພາບຂອງພົນທະຫານຂອງລາວ-ຣັດເຊຍ ທີ່ສັງກັດຢູ່ໃນໜ່ວຍກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນ ແຕກ ພວກເຮົາມີການຈັດຕັ້ງໜ່ວຍຜ່າຕັດສຸກເສີນເຄື່ອນທີ່ ແລະ ໜ່ວຍແພດສະໜາມ ທີ່ໄດ້ເຄື່ອນໄຫວຢ່າງໃກ້ສິດໃນການເບິ່ງແຍງສຸຂະພາບຂອງຜູ້ທີ່ປະຕິບັດໜ້າທີ່ໃນພາກສະໜາມ ໃຫ້ມີສຸຂະພາບແຂງແຮງ ໃນການປະຕິດບັດໜ້າທີ່ໃຫ້ສຳເລັດຕາມທີ່ລັດ­ຖະ­ບານ ກໍ່​ຄື​ກະ­ຊວງ​ປ້ອງ​ກັນ​ປະ­ເທດ 2 ຊາດ ມອບ​ໝາຍ​ໃຫ້.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...