spot_img
Homeຂ່າວທ້ອງຖິ່ນອອກມາແລ້ວຄ່າເຊົ່າສະຖານທີ່ ແລະ ຄ່າຝາກລົດໃນບຸນທາດຫຼວງ

ອອກມາແລ້ວຄ່າເຊົ່າສະຖານທີ່ ແລະ ຄ່າຝາກລົດໃນບຸນທາດຫຼວງ

Published on

ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະຮັບຜິດຊອບລະດັບຊາດ ໄດ້ອອກກົດລະບຽບຊົ່ວຄາວມີທັງໝົດ 13 ມາດຕາ ໃນວັນທີ 31 ຕຸລາ 2018 ວ່າດ້ວຍການຄຸ້ມຄອງງານບຸນນະມັດສະການພະທາດຫຼວງ ແລະ ງານຕະຫຼາດນັດ ລະຫວ່າງວັນທີ 16-22 ພະຈິກ 2018, ມາດຕາ 4 ວ່າດ້ວຍການເກັບຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການ. ສະເພາະສະໜາມຫຼວງ (ເດີ່ນທາດຫຼວງ) ຄ່າເຊົ່າ ລາຄາເລີ່ມຕົ້ນ 1.040.000 ກີບ ໃນນັ້ນລວມມີຄ່າປ້ອງກັນ ແລະ ອະນາໄມ; ຄ່າຝາກລົດເລີ່ມຕົ້ນ 10.000 ກີບ; ນອກນັ້ນ, ຍັງເນັ້ນຂັ້ນຕອນລະອຽດໃນການສັ່ງຈອງ ແລະ ຖ້າບໍ່ຖອກເງີນພາຍໃນ 3 ມື້ຖືວ່າສະລະສິດ.

ການເກັບຄ່າເຊົ່າດັ່ງກ່າວ, ຢູ່ໃນມາດຕາ 4 ວ່າດ້ວຍການເກັບຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການ ໂດຍສະເພາະຄ່າເຊົ່າສະຖານທີ່ຢູ່ເດີ່ນທາດຫຼວງ (ຂະໜາດ 4×4 ແມັດ) ມີຄື:

  • ຜະລິດຕະພັນທີ່ເປັນສິນຄ້າ ODOP ລາຄາ 1.040.000 ກີບ/ຫ້ອງ; ໃນນັ້ນຄ່າເຊົ່າສະຖານທີ່ 600.000 ກີບ, ຄ່າປ້ອງກັນ 140.000 ກີບ/ຫ້ອງ (20.000 ກີບ x 7 ມື້), ຄ່າອະນາໄມ 300.000 ກີບ/ຫ້ອງ.
  • ຜະລິດຕະພັນສິນຄ້າຂອງຄອບຄົວຕົວແບບ ແລະ ສິນຄ້າພາຍໃນທົ່ວໄປທີ່ເປັນຜະລິດນຳມາຈຳໜ່າຍດ້ວຍຕົນເອງ 1.440.000ກີບ/ຫ້ອງ, ໃນນັ້ນຄ່າເຊົ່າສະຖານທີ່ 1.000.000 ກີບ, ຄ່າປ້ອງກັນ (20.000 ກີບ x 7 ມື້) 140.000 ກີບ/ຫ້ອງ, ຄ່າອະນາໄມ 300.000 ກີບ/ຫ້ອງ
  • ສຳລັບສິນຄ້າພາຍໃນທີ່ປະຊາຊົນທົ່ວໄປ ເອົາເຂົ້າມາວາງຂາຍໃນງານ 2.940.000ກີບ/ຫ້ອງ, ໃນນັ້ນຄ່າເຊົ່າສະຖານທີ່ 2.500.000 ກີບ, ຄ່າປ້ອງກັນ (20.000 ກີບ x 7 ມື້) 140.000 ກີບ/ຫ້ອງ, ຄ່າອະນາໄມ 300.000 ກີບ/ຫ້ອງ

ແຕ່ການໃຊ້ໄຟຟ້າ ແລະ ນໍ້າປະປາແມ່ນຂຶ້ນກັບການນຳໃຊ້ຕົວຈິງ ເຊິ່ງເຈົ້າຂອງຫົວໜ່ວຍທຸລະກິດເປັນຜູ້ຮັບຜິດຊອບເອງ

ນອກຈາກນັ້ນ, ຄ່າບໍລິການຝາກລົດ ແລະ ຄ່າບໍລິການອື່ນໆ ໄດ້ກຳນົດລາຄາໃຫ້ຜູ້ຮັບເໝົາ ຫຼື ຜູ້ປະມູນເກັບຄ່າບໍລິການນຳຜູ້ທີ່ໃຊ້ລົດຈັກ 10.000 ກີບ/ຄັນ, ລົດຕຸກໆ 15.000 ກີບ/ຄັນ ແລະ ລົດໃຫຍ່ 20.000 ກີບ/ຄັນ; ກຳນົດໃຫ້ຜູ້ຮັບເໝົາເກັບຄ່າບໍລິການຫ້ອງນໍ້າ 2.000 ກີບ/ຄົນ/ຄັ້ງ. ນອກນັ້ນ, ເກັບປີ້ຕະຫຼາດຂາຍອາຫານຍ່ອຍ (ຕຳສົ້ມ, ໄຂ່, ໝາກໄມ້, ລູກຊີ້ນ…) 30.000 ກີບ/ມື້; ຂາຍເຂົ້າຫຼາມ-ປີ້ງໄກ່ 25.000 ກີບ/ມື້ ພ້ອມທັງບວກຄ່າອະນາໄມ ແລະ ຄ່າປ້ອງກັນ 10.000 ກີບ/ມື້.

ສຳລັບຂັ້ນຕອນການສັ່ງຈອງສະຖານທີ່ຂອງບຸກຄົນ, ນິຕິບຸກຄົນ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ມີຄວາມສົນໃຈໃນການເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າພາຍໃນງານບຸນຄັ້ງນີ້ ສາມາດຍື່ນໃບສະເໜີ ຫຼື ຄຳຮ້ອງ ໂດຍຜ່ານການຢັ້ງຢືນຈາກກົມກອງ, ບໍລິສັດ ແລະ ໂຮງງານຂອງຕົນ; ຖ້າເປັນບຸກຄົນ ຫຼື ຫົວໜ່ວຍທຸລະກິດພາຍໃນໃຫ້ມີຄຳຮ້ອງຢັ້ງຢືນຈາກນາຍບ້ານທີ່ຕົນຢູ່ ພ້ອມທັງແຈ້ງຈຸດປະສົງ, ລາຍການສິນຄ້າ ແລະ ຈຳນວນມູນຄ່າສິນຄ້າ ສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ (ຂະແໜງສົ່ງເສີມ ແລະ ພັດທະນາສິນຄ້າ) ຕັ້ງຢູ່ບ້ານໂພນທັນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໂທລະສັບ/ແຟັກ: 021 413 213. ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສັ່ງຈອງສະຖານທີ່ແລ້ວ ໃຫ້ຖອກເງິນຄ່າເຊົ່າສະຖານທີ່ນຳບໍລິສັດສຳປະທານ ແລະ ຄ່າບໍລິການຕ່າງໆຊ້າສຸດບໍ່ໃຫ້ກາຍ 3 ວັນ ຖ້າຫາກກາຍຖືວ່າສະລະສິດ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໝັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...