spot_img
Homeຂ່າວທ້ອງຖິ່ນໃນບຸນທາດຫຼວງ ຈະແບ່ງອອກເປັນ 4 ຈຸດ ເດັ່ນໆ

ໃນບຸນທາດຫຼວງ ຈະແບ່ງອອກເປັນ 4 ຈຸດ ເດັ່ນໆ

Published on

ຈາກຂ່າວກ່ອນໜ້ານີ້, ກ່ຽວກັບງານບຸນນະມັດສະການພະຫຼວງ ແລະ ງານຕະຫຼາດນັດ ປະຈຳປີ 2018 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 16-22 ພະຈິກ 2018. ມື້ນີ້ຜູ້ຂຽນຈະນຳສະເໜີຂ່າວກ່ຽວກັບການກຳນົດຂອບເຂດສະຖານທີ່ໃນສະໜາມຫຼວງ (ເດີ່ນທາດຫຼວງ) ໂດຍແບ່ງອອກເປັນ 4 ຈຸດໃຫຍ່ ແລະ ມີຈຸດນ້ອຍອີກຫຼາຍບ່ອນ ທີ່ທາງຄະນະຮັບຜິດຊອບຈັດງານໄດ້ອອກກົດລະບຽບຊົ່ວຄາວ ວ່າດ້ວຍການຄຸ້ມຄອງງານບຸນນະມັດສະການພະທາດຫຼວງ ແລະ ງານຕະຫຼາດນັດ ປະຈຳປີ 2018 ວັນທີ 16-22 ພະຈິກ 2018, ເລກທີ 381/ຈວນ, ລົງວັນທີ 31 ຕຸລາ 2018.

 ການກຳນົດສະຖານທີ່ຂາຍເຄື່ອງໃນງານບຸນດັ່ງກ່າວ ໂດຍສະເພາະເດີ່ນທາດຫຼວງແບ່ງອອກເປັນ 4 ເຂດຄື:

  • ເຂດA: ດ້ານເໜືອນັບແຕ່ຖະໜົນໄກສອນພົມວິຫານ ຫາທາງເຂົ້າສະພາແຫ່ງຊາດດ້ານເໜືອ ເປັນສະຖານທີ່ວາງສະແດງ ແລະ ຈຳໜ່າຍສິນຄ້າຜະລິດຕະພັນພາຍໃນ-ຕ່າງປະເທດ, ສິນຄ້າ ODOP, ເຄື່ອງຊົນເຜົ່າ ແລະ ການບໍລິການທ່ອງທ່ຽວ.
  • ເຂດB: ເດີ່ນທາງເຂົ້າສະພາແຫ່ງຊາດ ໃຊ້ເປັນບ່ອນຈອດລົດຂອງແຂກ ການນຳຄະນະກຳມະການຈັດງານ, ການນຳພະນັກງານ ແລະ ຜູ້ເຂົ້າມາພົວພັນວຽກໃນສະພາແຫ່ງຊາດ.
  • ເຂດC: ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ ຫາປະຕູທາງເຂົ້າສວນອະນຸສາວະລີເຈົ້າໄຊເສດຖາ ໃຫ້ເປັນບ່ອນວ່າງເປົ່າ ເພື່ອໃຫ້ມວນຊົນໄດ້ທຽວໄປມາສະດວກ ແລະ ຈະໃຊ້ເປັນທາງແຫ່ຜາສາດເຜິ້ງ; ບ່ອນປະຈຳການຂອງກຳລັງ ປກຊ-ປກສ; ຂອບຮົວກຳແພງເປັນບ່ອນຈັດວາງສະແດງສິນຄ້າ; ເວທີຕີມວຍໃນວັນທີ 16-19 ພະຈິກ 2018; ເດີ່ນຫຍ້າເປັນບ່ອນຂາຍເຂົ້າປຸ້ນ, ຕົ້ມໄກ່ (ມື້ສຸດທ້າຍ).
  • ເຂດD: ນັບແຕ່ທາງເຂົ້າປະຕູສວນອະນຸສາວະລີເຈົ້າໄຊເສດຖາ ຫາກຳແພງຮົ້ວສະຖານີໄຟຟ້າເຂດທາດຫຼວງ ເປັນບ່ອນຕັ້ງເວທີສິລະປະມວນຊົນ (ເວທີກາງ), ບ່ອນຕີຄີໃນງານບຸນ, ຜາມກຳມະການ ແລະ ລຽບຕາມກຳແພງເປັນບ່ອນວາງສະແດງສິນຄ້າທີ່ມີມາດຕະຖານ.

ສຳລັບເຂດເດີ່ນອ້ອມວັດທາດຫຼວງໃຕ້ ເປັນບ່ອນບໍລິການຫ້ອງນ້ຳສາທະລານະ, ຂາຍເຄື່ອງທີ່ລະນຶກ ແລະ ທາງທິດຕາເວັນອອກເປັນເວລທີໝໍລຳເລື່ອງ; ວັດທາດຫຼວງເໜືອ ເປັນບ່ອນຂາຍເຄື່ອງໄຫວເທດສະການທາງດ້ານສາສະໜາ, ວັດທະນາທຳ ແລະ ການທ່ອງທ່ຽວ (ລວມທັງບໍລິເວນວັດທາດຫຼວງໃຕ້-ເໜືອ). ນອກຈາກນັ້ນ, ບໍລິເວດຟຸດບາດທີ່ອ້ອມຮອບເປັນຈຸດຂາຍເຂົ້າຫຼາມ, ປີ້ງໄກ່, ສິນຄ້າຫັດຖກຳລາວ, ແຜ່ນຊີດີ ແຕ່ບໍ່ໃຫ້ກວມເອົາທາງຍ່າງ.

ການກຳນົດສະຖານທີ່ດັ່ງກ່າວ, ຢູ່ໃນກົດລະບຽບຊົ່ວຄາວ ວ່າດ້ວຍການຄຸ້ມຄອງງານບຸນນະມັດສະການພະທາດຫຼວງ ແລະ ງານຕະຫຼາດນັດ ປະຈຳປີ 2018 ວັນທີ 16-22 ພະຈິກ 2018, ເລກທີ 381/ຈວນ, ລົງວັນທີ 31 ຕຸລາ 2018, ມາດຕາທີ2 ວ່າດ້ວຍການກຳນົດວັນ, ເວລາ ແລະ ຂອບເຂດສະຖານທີ່ຂອງການຈັດງານ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...