spot_img
Homeຂ່າວທ້ອງຖິ່ນຟຟລ.ສຂ ຫ້າມຫຼິ້ນວ່າວໃກ້ສາຍໄຟ

ຟຟລ.ສຂ ຫ້າມຫຼິ້ນວ່າວໃກ້ສາຍໄຟ

Published on

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ (ຟຟລ.ສຂ) ຫ້າມໄວໝຸ່ມ-ເຍົາວະເຊົາຫຼິ້ນວ່າວໃກ້ກັບສາຍໄຟຟ້າໃນວົງລັດສະໝີ 1 ກິໂລແມັດ ຖ້າວ່າວຄ້າງຢູ່ສາຍໄຟຕ້ອງແຈ້ງໃຫ້ໄຟຟ້າແຂວງຮັບຮູ້ ແລະ ຫ້າມໃຊ້ວັດຖຸອື່ນປົດກູ້ເອົາວ່າວໂດຍບໍ່ໄດ້ຮັບອະນຸຍາດ ຫາກບຸກຄົນໃດທີ່ລ່ວງລະເມີດຈະຖືກປະຕິບັດຕາມກົດໝາຍ.

ໄຟຟ້າລາວສະຫວັນນະເຂດ (ຟຟລ.ສຂ) ໄດ້ອອກແຈ້ງວັນທີ 6 ພະຈິກ 2018, ເລກທີ 795,ຟຟລ.ສຂ ເຖິງອຳນາດການປົກຄອງບ້າານ ແລະ ພໍ່ແມ່ປະຊາຊົນຕາມບ້ານຕ່າງໆ ພາຍໃນແຂວງສະຫວັນນະເຂດ ທີ່ມີສາຍໄຟຟ້າແຮງສູງ-ກາງ-ຕໍ່າເນັ່ງຜ່ານ ຫ້າມແລ່ນວ່າວໃນຂອບເຂດບໍລິເວນທີ່ມີສາຍໄຟຟ້າ. ອີງຕາມສະພາບຄວາມເປັນຈິງ ໂດຍສະເພາະທ້າຍລະດູຝົນຂອງທຸກໆປີເຫັນວ່າ ມີໄວໝຸ່ມ-ເຍົາວະຊົນຈຳນວນໜຶ່ງພາກັນຫຼິ້ນວ່າວໃກ້ກັບສາຍໄຟຟ້າ ເຮັດໃຫ້ສາຍໄຟມີຜົນສະທ້ອນຕໍ່ລະບົບໄຟຟ້າ ເປັນຕົ້ນແມ່ນເຮັດໃຫ້ໄຟຕົກ-ໄຟຟ້າມອດ, ອຸປະກອນໄຟຟ້າເກີດຊໍາຫຼຸດເສຍຫາຍ ຮ້າຍແຮງໄປກວ່ານັ້ນ ອາດເກີດອັນຕະລາຍເຖິງແກ່ຊີວິດ.

ດັ່ງນັ້ນ, ຈຶ່ງຫ້າມໄວໝຸ່ມ-ເຍົາວະເຊົາຫຼິ້ນວ່າວທຸກຊະນິດທີ່ໃກ້ບໍລິເວນມີສາຍໄຟຟ້າເນັ່ງຜ່ານໃນວົງລັດສະໝີ 1 ກິໂລແມັດລົງມາ; ຖ້າວ່າວຕົກຄ້າງ ຫຼື ກ້ຽວສາຍໄຟ ໃຫ້ແຈ້ງ ຟຟລ.ສຂ ຫຼື ສູນບໍລິການໄຟຟ້າທີ່ຢູ່ໃກ້ຮັບຊາບ ຫ້າມເດັດຂາດບໍ່ໃຫ້ປີນໄຕ່ ຫຼື ໃຊ້ວັດຖຸອື່ນເພື່ອປົດກູ້ເອົາວ່າວຕາມລຳພັງ ຫາກຜູ້ໃດລະເມີດຈະຕ້ອງໄດ້ຮັບຜິດຊອບກັບຄວາມເສຍຫາຍທັງໝົດທີ່ເກີດຂຶ້ນບໍ່ວ່າທາງແພ່ງຫຼື ທາງອາຍາ.

ແຈ້ງການດັ່ງກ່າວ, ເພື່ອເຮັດໃຫ້ລະບົບສາຍສົ່ງໄຟຟ້າ ເວົ້າລວມເວົ້າສະເພາະ ກໍແມ່ນລະບົບໄຟຟ້າແຮງສູງ, ແຮງກາງທີ່ເນັ່ງຜ່ານເມືອງ, ຜ່ານບ້ານ ແລະ ລະບົບ ສາຍຕາຂ່າຍແຮງຕໍ່າ ພາຍໃນບ້ານຂອງຕົນມີຄວາມທົນທານຮັບປະກັນມີກະແສໄຟໃຊ້ປົກກະຕິໃນ ເຂດ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຟຟລ.ສຂ

ຮູບພາບຈາກ: 2photo.ru

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...