spot_img
Homeຂ່າວທ້ອງຖິ່ນເປີດນຳໃຊ້ລະບົບສ່ວຍສາອາກອນໃນ 5 ແຂວງ ເລີ່ມ ພະຈິກ ນີ້ເປັນຕົ້ນໄປ

ເປີດນຳໃຊ້ລະບົບສ່ວຍສາອາກອນໃນ 5 ແຂວງ ເລີ່ມ ພະຈິກ ນີ້ເປັນຕົ້ນໄປ

Published on

ກະຊວງການເງິນ ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ ພ້ອມທັງຈະອອກເລກປະຈຳຕົວຜູ້ເສຍອາກອນ ແລະ ອອກໃບທະບຽນວິສາຫະກິດ ຜ່ານລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRis) ລະບົບໃໝ່ ຂອງກົມຊ່ວຍສາອາກອນ ໂດຍເລີ່ມເປີດແຕ່ວັນທີ 5 ເດືອນ ພະຈິກ 2018 ເປັນຕົ້ນໄປ ເຊິ່ງທຳອິດຈະເປີດໃຊ້ໃນ 5 ແຂວງ ແລະ ຕົ້ນປີ 2019 ຢູ່ສ່ວຍສາອາກອນ 2 ແຂວງ ພ້ອມທັງສືບຕໍ່ຂະຫຍາຍໄປບັນດາແຂວງທີ່ເຫຼືອໃຫ້ສຳເລັດພາຍໃນປີ 2019.

ບາງສ່ວນຂອງແຈ້ງການລະບຸວ່າ: ວັນທີ 5 ເດືອນ ພະຈິກ 2018 ເລີ່ມແຈ້ງມອບອາກອນໃນລະບົບໃໝ່ຕາມຮູບແບບການແຈ້ງການແບບໃໝ່ ແລະ ຜູ້ເສຍອາກອນສາມາດແຈ້ງມອບອາກອນດ້ວຍຕົນເອງຜ່ານເວັບໄຊສ໌ http://taxservice.mof.gov.la ເຊິ່ງລະບົບດັ່ງກ່າວຈະໄດ້ນຳໃຊ້ຢູ່ສ່ວຍສາອາກອນປະຈຳ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ; ສ່ວຍສາອາກອນປະຈຳ 5 ເມືອງ ຄື: ນະຄອນຫຼວງພະບາງ, ຈັນທະບູລີ, ສີໂຄດຄະບອງ, ໄຊເສດຖາ ແລະ ສີສັດຕະນາກ. ໃນຕົ້ນປີ 2019 ຢູ່ສ່ວຍສາອາກອນປະຈຳ 2 ແຂວງຄື: ບໍລິຄຳໄຊ ແລະ ຄຳມ່ວນ; ສ່ວຍສາອາກອນປະຈຳ 05 ເມືອງຄື: ວັງວຽງ, ປາກຊັນ, ທ່າແຂກ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ພ້ອມດຽວກັນນັ້ນ ຍັງມີແຜນຂະຫຍາຍການນຳໃຊ້ລະບົບດັ່ງກ່າວໄປບັນດາແຂວງທີ່ຍັງເຫຼືອໃນຂອບເຂດທົ່ວປະເທດໃຫ້ສຳເລັດໃນປີ 2019.

ຫຼັງຈາກວິສາຫະກິດໄດ້ເລກປະຈຳຕົວຜູ້ເສຍອາກອນ ແລະ ໃບທະບຽນວິສາຫະກິດ ສາມາດດຳເນີນທຸລະກິດໄດ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ພາຍໃນ 90 ວັນ ນັບແຕ່ມື້ອອກໃບທະບຽນວິສາຫະກິດ ໃຫ້ຂຶ້ນມາພົວພັນນຳລັດຖະບານສ່ວຍສາອາກອນ ເພື່ອປະກອບຂໍ້ມູນການແຈ້ງມອບອາກອນ ໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ ຖ້າບໍ່ພົວພັນຕາມກຳນົດດັ່ງກ່າວ ຖືວ່າລັດວິສາຫະກິດດັ່ງກ່າວບໍ່ເຄື່ອນໄຫວ ແລະ ຈະຖືກປະຕິບັດຕາມ ມາດຕາທີ 22 ຂອງກົດໝາຍວ່າດ້ວຍວິສາຫະກິດ.

ແຈ້ງການດັ່ງກ່າວ, ສະບັບເລກທີ 3532/ກງ, ລົງວັນທີ 02 ພະຈິກ 2018 ໂດຍອີງຕາມລຳດັດນາຍົກລັດຖະມົນຕີ, ສະບັບທີ 144/ນຍ, ລົງວັນທີ 8 ພືດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ເພື່ອຈັດຕັ້ງປະຕິບັດ ແລະ ຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ທັນສະໄໝ ທັງຊ່ວຍຊຸກຍູ້ຫົວໜ່ວຍວິສາຫະກິດໃຫ້ນຳໃຊ້ລະບົບດັ່ງກ່າວໃນການອອກໃບແຈ້ງມອບອາກອນ ແລະ ໄປມອບອາກອນຜ່ານທະນາຄານໃນຂອບເຂດທົ່ວປະເທດ.

ສາມາດກົດອ່ານແຈ້ງການຕາມລິ້ງ: https://www.laotradeportal.gov.la/kcfinder/upload/files/Legal_1541401940lo_LA.pdf

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...